ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ຜູ້ບັນຊາການແມ່ທັບ 15 ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ແລະ ອວຍພອນ ກອງບັນຊາການທະຫານແຂວງບໍລິຄຳໄຊເນື່ອງໃນໂອກາດບຸນປີໃໝ່ລາວ
ເວລາອອກຂ່າວ: 2026-04-07 10:07:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 531 | ຄວາມນິຍົມ:



ວັນທີ 6 ເມສາ 2026 ນີ້, ສະຫາຍ ພັນເອກ ເຈີ່ນຫງອກຫ້າຍ ຜູ້ບັນຊາການ ຮອງແມ່ທັບ 15 ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນ ກອງບັນຊາການທະຫານແຂວງບໍລິຄຳໄຊ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງໃນໝໍ່ໆນີ້, ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ຄຳແພນ ວີລື້ທຳ ຄະນະປະຈຳພັກເເຂວງ, ຫົວໜ້າໜ້າການທະຫານກອງບັນຊາການທະຫານແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ເຈີ່ນຫງອກຫ້າຍ ໄດ້ຕາງໜ້າໃຫ້ຄະນະນຳຂອງແມ່ທັບ 15 ໄດ້ນຳເອົາຂອງຂວັນ ຄວາມຢ້ຽມຢາມຖາມຂ່າວ ຄຳອວຍພອນອັນປະເສີດ ມາສູ່ກອງບັນຊາການທະຫານແຂວງບໍລິຄຳໄຊ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງໃນໝໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ ເບີກບານມ່ວນຊື່ນ ແລະ ໄດ້ນຳເອົາຄວາມສາມັກຄີຮັກແພງ ເພື່ອສືບຕໍ່ການພົວພັນຮ່ວມມືທີ່ເປັນມູນເຊື້ອສາມັກຄີ ມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ ກໍ່ຄື ສອງພັກ - ສອງລັດ, ສອງກອງບັນຊາການແມ່ທັບ15 ກັບ ກອງບັນຊາການທະຫານຫານແຂວງບໍລິຄຳໄຊ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ສະຫາຍ ພົນຈັດຕະວາ ຄຳແພນ ວີລື້ທຳ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ ຈົ່ງຮັກສາສາຍພົວພັນຮ່ວມມືຮອບດ້ານ ເພີ່ມທະວີຮັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນນີ້ໄວ້ຕະຫຼອດໄປ. ຂ່າວ-ພາບ ວັນ ນ້ອຍວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ