ກອງບັນຊາການທະຫານແຂວງໄຊຍະບູລີ ອວຍພອນ ກອງບັນຊາການ ປກສ ແຂວງໄຊຍະບູລີ.
ເວລາອອກຂ່າວ: 2026-04-07 09:55:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 361 | ຄວາມນິຍົມ: ![]()
ໃນວັນທີ 3 ເມສາ 2026 ນີ້, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຄະນະປະຈຳພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ກອງບັນຊາການ ປ້ອງກັນຄວາມສະຫງົບ(ປກສ) ແຂວງໄຊຍະບູລີ ເນື່ອງໃນໂອກາດວັນສາງຕັ້ງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 – 5 ເມສາ 2026 ) ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ບຸນຫຼ້າ ສຸລິຍາ ຮອງຫົວໜ້າ ປກສ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງໄຊຍະບູລີ ອວຍພອນອັນປະເສີດມາຍັງສະຫາຍ ພັນເອກ ບຸນຫຼ້າ ສຸລິຍາ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ທົ່ວກອງບັນຊາການ ປກສ ແຂວງໄຊຍະບູລີ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ສືບຕໍ່ກໍ່ສ້າງປັບປຸງກຳລັງ ປກສ ແຂວງ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ.
ຈາກນັ້ນ, ສະຫາຍ ພັນເອກ ບຸນຫຼ້າ ສຸລິຍາ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຍາມໃດທັງສອງກຳລັງປະກອບອາວຸດກໍ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ສຳເລັດເປັນຢ່າງດີ.
ຂ່າວ ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















