ເພັດນ້ຳໂຂງ ສ. ມະນີໂຄດ ຮັບເງິນລາງວັນ 200 ກວ່າລ້ານກີບ ພາຍຫຼັງຊະນະ ທອງລຳພູນ ເອັຟເອ ກຣຸບ ຈາກໄທ
ເວລາອອກຂ່າວ: 2026-04-07 09:46:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ: ![]()
ເພັດນ້ຳໂຂງ ວາງແຜນຮັບມືກັບຄູ່ຕໍ່ສູ້ໄດ້ດີ ແລະ ອາໄສຄວາມໄດ້ປຽບສ່ວນສູງ ແລະ ອອກອາວຸດໄດ້ຢ່າງວ່ອງໄວ ແມ້ນຢຳກວ່າ ໂດຍສະເພາະການເຕະຍາວ, ໂຍນເຂົ່າໃສ່ຄູ່ຕໍ່ສູ້ ປະສານກັບໝັດ ແລະ ສອກ ຈົນເກີດອາການແກວ່ງ ຖ້າຊົກຕໍ່ອາດເຈັບໜັກ ແລະ ຖືກນັອກແນ່ນອນ, ກຳມະການຈຶ່ງຢຸດຕິການຊົກ.
ນີ້ເປັນໄຊຊະນະ ຄັ້ງທີ 2 ໃນປີນີ້ ຂອງ ເພັດນ້ຳໂຂງ ຈາກກ່ອນໜ້ານີ້ ເມື່ອວັນທີ 13 ກຸມພາ 2026 ຜ່ານມາ ເພັດນ້ຳໂຂງ ເອົາຊະນະຄະແນນ ພະຍາຄຸດ ເສືອຈັນຖົກ ຈາກປະເທດໄທ ສະຫຼອງການກັບມາຂຶ້ນສັງວຽນ ມວຍ ONE Championship Thailand ໃນຮອບໜຶ່ງປີ.
ເພັດນ້ຳໂຂງ ເພີ່ມສະຖິຕິ ຊະນະ 5 ຄັ້ງ ໃນນີ້, ຊະນະນັອກ 2 ຄັ້ງ, ຊະນະຄະແນນ 2 ຄັ້ງ ແລະ ຊະນະ TKO, ສ່ວນ 4 ຄັ້ງທີ່ເສຍ ແມ່ນເສຍຄະແນນ ຈາກການຂຶ້ນຊົກເທິງສັງວຽນນີ້ ທັງໝົດ 9 ຄັ້ງ.
ສ່ວນ ທອງລຳພູນ ເສຍຄັ້ງທີ 2 ຕິດຕໍ່ກັນ ຈາກການຂຶ້ນຊົກ 9 ຄັ້ງ, ຊະນະ 7.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















