U10 ປີ ສະໂມສອນ ເບ ສະຫວັນ ຄວ້າແຊັມການເເຂ່ງຂັນ ກິລາບານເຕະເຍົາວະຊົນນາໆຊາດ
ເວລາອອກຂ່າວ: 2026-04-07 09:43:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ: ![]()
ຍິນດີນຳ U10 ສະໂມສອນ ເບ ສະຫວັນ 1 ທີມດຽວຈາກລາວ ຄວ້າແຊັມການເເຂ່ງຂັນກິລາບານເຕະເຍົາວະຊົນນາໆຊາດ Asian Youth Champions Cup 2026, ທີ່ປະເທດໄທເປັນເຈົ້າພາບ ໃນລະຫວ່າງວັນທີ 4-5 ເມສາ 2026 ນີ້ ທີ່ຜ່ານມາ, ເຊິ່ງລາຍການດັ່ງກ່າວມີທີມເຂົ້າຮ່ວມຊີງໄຊທັງໝົດ 35 ທີມ, ແບ່ງອອກເປັນ 8 ກຸ່ມ ໂດຍຈະເລືອກເອົາທີ 1 ເເລະ 2 ຂອງເເຕ່ລະກຸ່ມເຂົ້າຮອບຕໍ່ໄປ. ສ່ວນ U10 ສະໂມສອນ ເບ ສະຫວັນ ຖືກຈັບສະຫຼາກຢູ່ກຸ່ມ E ຮ່ວມກັບທີມຈາກເຈົ້າພາບ ໄທ ແລະ ກໍຜ່ານເຂົ້າໄປຮອດຮອບຊີງຊະນະເລີດ ໄປພົບກັບ ສະໂມສອນ HI Kicker ຕົວແທນຈາກ ສປ ຈີນ, ສຸດທ້າຍ ຕົວແທນຈາກ ສປປ ລາວ ກໍເອົາຊະນະໄປໄດ້ ດ້ວຍ 4-0 ຄວ້າແຊັມລາຍການນີ້ໄປຄອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















