ບານໂລກ 2026 ແຊັມຈະໄດ້ຮັບ 50 ລ້ານໂດລາ ສະຫະລັດ ຫຼາຍກວ່າຄັ້ງຜ່ານມາ 8 ລ້ານໂດລາ
ເວລາອອກຂ່າວ: 2026-04-06 09:24:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ: ![]()
ສະຫະພັນບານເຕະແຫ່ງຊາດລາວ ຫຼື FIFA ໄດ້ແຈ້ງໃຫ້ຊາບກ່ອນໜ້ານີ້ວ່າ: ບານໂລກ 2026 ທີ່ສະຫະລັດ ອາເມຣິກາ, ເມັກຊິກ ແລະ ການາດາ ເປັນເຈົ້າພາບຮ່ວມກັນ ມີເງິນລາງວັນລວມສຳລັບທີມທີ່ເຂົ້າຮ່ວມທັງໝົດ 655 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 215 ລ້ານໂດລາ ຈາກຄັ້ງຜ່ານມາ. ໂດຍທີມແຊັມ ຈະໄດ້ຮັບເງິນລາງວັນ 50 ລ້ານໂດລາສະຫະລັດ ຫຼາຍສຸດໃນປະຫວັດການແຂ່ງຂັນລາຍການນີ້ ໂດຍເພີ່ມຂຶ້ນ 8 ລ້ານໂດລາ ຈາກຄັ້ງຜ່ານມາ ປີ 2022 ທີ່ກາຕ້າ, ສ່ວນຮອງແຊັມ ຈະໄດ້ຮັບ 33 ລ້ານໂດລາ ເພີ່ມຂຶ້ນ 3 ລ້ານໂດລາ, ອັນດັບ 3: ໄດ້ຮັບ 29 ລ້ານໂດລາ ເພີ່ມຂຶ້ນ 2 ລ້ານໂດລາ, ທີ 4: 27 ລ້ານໂດລາ ເພີ່ມຂຶ້ນ 2 ລ້ານໂດລາ, ຕົກຮອບ 8 ທີມສຸດທ້າຍ ໄດ້ຮັບທີມລະ 19 ລ້ານໂດລາ ເພີ່ມຂຶ້ນ 2 ລ້ານໂດລາ, ຕົກຮອບ 16 ທີມສຸດທ້າຍ ໄດ້ຮັບທີມລະ 15 ລ້ານໂດລາ ເພີ່ມຂຶ້ນ 2 ລ້ານໂດລາ, ຕົກຮອບ 32 ທີມສຸດທ້າຍ ໄດ້ຮັບທີມລະ 11 ລ້ານໂດລາ ເພີ່ມຂຶ້ນ 2 ລ້ານໂດລາ, ຕົກຮອບແບ່ງກຸ່ມ ໄດ້ຮັບທີມລະ 9 ລ້ານໂດລາ.
ນັ້ນໝາຍຄວາມວ່າ: ທີມທີ່ຜ່ານການຄັດເລືອກເຂົ້າຮອບສຸດທ້າຍ ແມ່ນໄດ້ຮັບເງິນຂວັນຖົງ 9 ລ້ານໂດລາ ແລະ ເງິນກຽມທີມ 1,5 ລ້ານໂດລາ. ຄັ້ງນີ້ ເປັນຄັ້ງທຳອິດທີ່ເພີ່ມທີມໃນຮອບສຸດທ້າຍຈາກ 32 ເປັນ 48 ທີມ ຈະແຂ່ງຂັນລະຫວ່າງວັນທີ 11 ມິຖຸນາ-19 ກໍລະກົດ 2026.
ເຊິ່ງການແຂ່ງຂັນຄັ້ງນີ້ ເປັນຄັ້ງທຳອິດ ທີ່ເພີ່ມທີມຈາກ 32 ເປັນ 48 ທີມ ແບ່ງເປັນ 12 ກຸ່ມ, ກຸ່ມລະ 4 ທີມ, ໂດຍກຸ່ມ A: ເມັກຊິໂກ ເຈົ້າພາບຮ່ວມ, ອາຟາຣິກາໃຕ້, ສາທາລະນະລັດເກົາຫຼີ ແລະ ສາທາລະນະລັດເຊັກ, ກຸ່ມ B: ແຄນນາດາ (ການາດ້າ) ເຈົ້າພາບຮ່ວມ, ບັອສເນຍ-ເຮີເຊໂກວີນ້າ, ກາຕ້າ ແລະ ສະວິດ, ກຸ່ມ C: ບຣາຊິນ, ມາຣົກ, ໄຮຕິ ແລະ ສະກັອດແລນ, ກຸ່ມ D: ສະຫະລັດ ອາເມຣິກາ ເຈົ້າພາບຮ່ວມ, ປາຣາໄກວ, ອົດສະຕຣາລີ ແລະ ຕວກເກຍ, ກຸ່ມ E: ເຢຍລະມັນ, ຄູຣາເຊົາ ນ້ອງໃໝ່, ກົດດີວົວ ແລະ ເອກົວດໍຣ, ກຸ່ມ F: ໂຮນລັງ, ຍີ່ປຸ່ນ, ຊູແອັດ ແລະ ຕູນີຊີ, ກຸ່ມ G: ແບນຊິກ, ເອຢິບ, ອີຣານ ແລະ ນູແວນເຊລັງ, ກຸ່ມ H: ແອັດສະປາຍ, ກັບແວ ນ້ອງໃໝ່, ອາຣາບີ ຊາອຸດິ ແລະ ອຸຣູໄກວ, ກຸ່ມ I: ຝຣັ່ງ, ເຊເນການ, ອີຣັກ ແລະ ນອກແວ, ກຸ່ມ J: ອາກຊັງຕິນ, ອານເຊຣີ, ໂອຕຣິດ ແລະ ຊັອກດານີ ນ້ອງໃໝ່, ກຸ່ມ K: ປັອກຕຸຍການ, ສາທາລະນະລັດ ປະຊາທິປະໄຕ ກົງໂກ, ອຸດສະເບກິດສະຖານ ນ້ອງໃໝ່ ແລະ ໂກໂລມບີ, ກຸ່ມ L: ອັງກິດ, ໂຄຣອາຊີ, ການ້າ ແລະ ປານາມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















