ເຊັນສັນຍາສຳປະທານວຽກໂຄງການ ທາງລົດໄຟ ລາວ-ຫວຽດນາມ
ເວລາອອກຂ່າວ: 2026-04-06 09:12:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 346 | ຄວາມນິຍົມ: ![]()
ວັນທີ 31 ມີນາຜ່ານມານີ້, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີພິ ທີເຊັນສັນຍາສຳປະທານການອອກແບບ-ກໍ່ສ້າງ-ລະດົມທຶນ-ດຳເນີນກິດຈະການ ແລະ ບູລະນະຮັກສາ ໂຄງການທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ-ມູຢາຊາຍແດນ ລາວ- ຫວຽດນາມ, ໂດຍການໃຫ້ກຽດ ເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ ຜູ້ປະຈຳການ, ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ອະດີດການນຳຂັ້ນສູງຂອງພັກ-ລັດ, ການນຳແຂວງຄຳມ່ວນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການດັ່ງກ່າວ ຖືເປັນບາດກ້າວຜົນສຳເລັດທີ່ສຳຄັນ ຕໍ່ການປະກອບສ່ວນຈັດຕັ້ງຜັນຂະຫຍາຍ ວິໄສທັດ ແລະ ຍຸດທະສາດ ທາງດ້ານການເຊື່ອມ ໂຍງ-ເຊື່ອມຈອດຂອງປະເທດ ທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໄລຍະປີ 2026-2030, ເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ ແລະ ຖືກບັນຈຸເຂົ້າ ເປັນໂຄງການບຸລິມະສິດຂອງ ການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດ ນາມ ເຊິ່ງສອດຄ່ອງກັບແຜນ ການເຊື່ອມໂຍງແລວທາງເສດ ຖະກິດ ຕາເວັນອອກ-ຕາເວັນຕົກ ຕາມນະໂຍບາຍ ການຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດ ດ້ານການຄົມມະນາຄົມຂົນສົ່ງ-ໂລຈິສຕິກ ແລະ ການຄ້າ ກັບພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ ເທື່ອລະກ້າວ.
ຕາງໜ້າລັດຖະບານ ລົງນາມສັນຍາສຳປະທານໂດຍທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານ-ຜູ້ປະຈຳ ການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ ທາງລົດໄຟ ລາວ-ຫວຽດນາມ ຈຳກັດ.
ໂດຍ: ກົມປະຊາສຳພັນ ຫສນຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















