ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ
ເວລາອອກຂ່າວ: 2026-04-06 09:10:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 342 | ຄວາມນິຍົມ: ![]()
ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກ່ຽວກັບວຽກງານກວດ ກາໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດໃຫ້ເປັນຮູບປະທຳຮັບປະກັນການນຳພາຂອງພັກເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດໂປ່ງໃສ ມີປະສິດທິພາບ ແລະ ມີຄວາມຍືນຍົງ.
ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມກວດກາກະຊວງ ວທ ໄດ້ລາຍງານການເຄື່ອນໄຫວວຽກງານກວດກາປະຈຳປີ 2025 ແລະ ທິດທາງປີ 2026 ວ່າ: ສຳລັບທິດທາງປີ 2026 ວຽກງານຄົ້ນຄວ້າປັບປຸງສ້າງນິຕິກຳການເຄື່ອນໄຫວວຽກງານຈຸດສຸມແຕ່ລະດ້ານ ຈະສືບຕໍ່ຄົ້ນຄວ້າຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍຕ້ານການສໍ້ລາດບັງຫຼວງ, ກົດໝາຍ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ຍຸດທະສາດຕ້ານການສໍ້ລາດບັງຫຼວງ, ຄຳແນະນຳການເພີ່ມທະວີ ການນຳພາ-ຊີ້ນຳຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ, ລະບຽບກ່ຽວກັບການເຄື່ອນໄຫວດຳເນີນການກວດກາ ຂອງຄະນະກວດກາ ແລະ ຄະນະກວດກາສະເພາະກິດ ແລະ ນິຕິກຳອື່ນໆ. ການຕິດຕາມກວດກາພັກ ສືບຕໍ່ນຳພາ-ຊີ້ນຳສະມາຊິພັກ-ພະນັກງານ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ວທ, ນຳພາເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກໃຫ້ສະມາຊິກພັກ, ພະນັກງານຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ພ້ອມທັງປະຕິບັດນະໂຍບາຍຕໍ່ພະນັກງານໃຫ້ສົມເຫດສົມຜົນ ເພື່ອເຮັດໃຫ້ມີຄວາມສອດຄ່ອງກັບສະພາບການຕົວຈິງ, ສືບຕໍ່ຍົກສູງຄວາມເປັນເຈົ້າການ ແລະ ຮັບປະກັນທາງດ້ານຄຸນນະພາບ, ເພີ່ມທະວີຄວາມເປັນເອກະພາບທົ່ວອົງຄະນະພັກກະຊວງ ຕໍ່ວຽກງານຕິດຕາມ ກວດກາ ຕີລາຄາຄຸນນະພາບ ແລະ ແບ່ງປະເພດໜ່ວຍພັກ ແລະ ສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ຕີລາແບ່ງປະເພດຄຸນນະພາບໜ່ວຍພັກ ແລະ ສະມາຊິກພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ກະຊວງ ວທ ປະຈຳປີ 2026; ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານການຂະຫຍາຍພັກຂອງກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະ ມາຊິກພັກ ທີ່ຂຶ້ນກັບສິດຄຸ້ມຄອງຂອງຄະນະພັກກະຊວງ; ຕິດຕາມ ກວດກາ ການຈັດຕັ້ງພັກ, ສະມາ ຊິກພັກ ເມື່ອມີປະກົດການລະເມີດກົດລະບຽບພັກ, ມະຕິ, ຄຳສັ່ງຂອງພັກ; ເກັບກຳສະຖິຕິການຂະຫຍາຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເພື່ອລາຍງານຄະນະກວດກາສູນກາງພັກໃນແຕ່ລະໄລຍະ.
ທ່ານ ຄຳເພົ້າ ວັນນະວົງ ຍັງໃຫ້ຮູ້ຕື່ມວ່າ: ວຽກງານການຕິດຕາມກວດກາລັດ: ຕິດຕາມ, ກວດກາ ຊຸກຍູ້ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ການແບ່ງຂັ້ນຄຸ້ມຄອງວຽກງານ ວທ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ;ການຈັດຕັ້ງປະຕິບັດພາລະບົດບາດ, ລາຍຮັບ-ລາຍຈ່າຍວິຊາການ, ງົບປະມານ, ໂຄງການຊ່ວຍເຫຼືອ, ກອງທຶນການທ່ອງທ່ຽວ ແລະ ກອງທຶນຂອງບັນດາກົມ, ທຽບເທົ່າກົມ, ສະຖາບັນ ແລະ ກອງວິຊາການທີ່ຂຶ້ນກັບກະຊວງ ວທ; ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີໃນຂົງເຂດຂະແໜງການ ວທ; ຊຸກຍູ້ວຽກຕາມຄຳສັ່ງ ແລະ ວຽກບັງເອີນໃນແຕ່ລະໄລຍະ, ຕິດຕາມການແກ້ໄຂຜົນການກວດສອບ ແລະ ຜົນການກວດກາຂອງບັນດາກົມ, ທຽບເທົ່າກົມ, ສະຖາບັນ ແລະ ກອງວິຊາການອ້ອມຂ້າງກະຊວງ. ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຈັດກອງປະຊຸມວຽກງານກວດກາຂອງກະຊວງ ວທ ປະຈຳປີ 2026, ລົງເຄື່ອນໄຫວໂຄສະນາເຜີຍແຜ່ວຽກງານສະກັ້ນກັນ ແລະ ຕ້ານການສໍ້ລາດບັງຫຼວງ 4 ແຂວງພາກໃຕ້, ຈັດກອງປະຊຸມແຈ້ງຊັບສິນ ແລະ ລົງຕິດຕາມກວດກາ ຄວາມຖືກຕ້ອງຮັບເອກະສານແຈ້ງຊັບສິນພະນັກງານ-ລັດຖະກອນອ້ອມຂ້າງກະຊວງ ວທ, ເຄື່ອນໄຫວຊຸກຍູ້, ຕິດຕາມ, ກວດກາເກັບກຳຂໍ້ມູນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂະແໜງ ວທ ໃນຂອບເຂດທົ່ວປະເທດ.
ໂດຍ: ບຸນອູ້ມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















