ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ປະກາດການເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ ໃຫ້​ນາຍ​ທະຫານ​ຂອງ​ຕົນ
ເວລາອອກຂ່າວ: 2026-04-03 10:08:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ວັນ​ທີ 1 ເມສາ 2026 ນີ້, ຢູ່​ສະໂມສອນ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ຊັ້ນ​ໃຫ້​ນາຍ​ທະຫານ​ຂອງ​ຕົນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສຳລີ ຈັນທະ​ວົງ ຫົວໜ້າ​ການເມືອງ​ໂຮງຮຽນກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຫ້ອງການ, ກອງພັນ, ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ ພະນັກງານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ ແລະ ຍົກ​ຂັ້ນ​ເງິນເດືອນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສາລາ​ສິນ ພັນ​ວີ​ຄຳ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ​ໂຮງຮຽນ ໄດ້ຂຶ້ນ​ຜ່ານ​ຂໍ້​ຕົກລົງ ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ​ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ ໂດຍ​ອີງ​ຕາມ ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ເລື່ອນ​ທຽບ​ຊັ້ນ ແລະ ເລື່ອນ​ຊັ້ນ ໃຫ້​ນາຍ​ທະຫານ​ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ຈຳນວນ 47 ສະຫາຍ ແລະ ຍົກ​ຂັ້ນ​ເງິນເດືອນ ຈຳນວນ 10 ສະຫາຍ, ໃນ​ນີ້ ເລື່ອນ​ຊັ້ນ ຮ້ອຍ​ເອກ ຂຶ້ນ​ຊັ້ນ​ ພັນ​ຕີ 4 ສະຫາຍ, ເລື່ອນທຽບ​ຊັ້ນ​ຮ້ອຍ​ເອກ ຂຶ້ນ​ຊັ້ນ​ພັນ​ຕີ 19 ສະຫາຍ, ເລື່ອນ​ຊັ້ນ​ ຮອ້ຍ​ໂທ ຂຶ້ນ​ຊັ້ນ ​ຮ້ອຍ​ເອກ 6 ສະຫາຍ, ເລື່ອນ​ທຽບຊັ້ນ​ຮ້ອຍ​ໂທ ຂຶ້ນ​ຊັ້ນ ​ຮ້ອຍ​ເອກ 12 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ຮ້ອຍ​ຕີ ຂຶ້ນ​ຊັ້ນ​ຮ້ອຍ​ໂທ 3 ສະຫາຍ, ເລື່ອນ​ຊັ້ນ​ວາທີ ຂຶ້ນ​ຊັ້ນ​ ຮ້ອຍ​ຕີ 3 ສະຫາຍ ແລະ ຍົກ​ຂັ້ນ​ເງິນເດືອນ ຊັ້ນ​ພັນ​ໂທ ຂຶ້ນ​ຮັບ​ເງິນ​ຊັ້ນ​ພັນ​ເອກ ຈຳນວນ 6 ສະຫາຍ, ພັນ​ຕີ ຂຶ້ນ​ຮັບ​ເງິນ​ຊັ້ນ​ພັນ​ໂທ 4 ສະຫາຍ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ