ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ກອງຮ້ອຍ, ຂັ້ນ​ໝວດ ແລະ ຂັ້ນ​ຊ່ວຍ​ວຽກ​ພະແນກການ​ ຢູ່ ກອງ​ບັນຊາ​ການ​ທະຫານ​ອາກາດ
ເວລາອອກຂ່າວ: 2026-04-03 10:07:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:



​ວັນ​ທີ 1 ເມສາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ອາກາດ ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ກອງຮ້ອຍ, ຂັ້ນ​ໝວດ ແລະ ປະກາດ​ແຕ່ງຕັ້ງ​ຂັ້ນ​ຊ່ວຍ​ວຽກ​ພະແນກການ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຫຼ້າ ສິມ​ມະ​ວົງ ຮອງ​ຫົວໜ້າ​ການເມືອງ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ ອາກາດ, ມີ​ບັນດາ​ຄະນະ​ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວົງ​ເດືອນ ບຸດ​ຈະເລີນ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາ​ການ​ທະຫານ​ອາກາດ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງກອງ​ບັນຊາ​ການ​ທະຫານ​ອາກາດ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ກອງຮ້ອຍ, ຂັ້ນ​ໝວດ ແລະ ຂັ້ນ​ຊ່ວຍ​ວຽກ​ພະແນກການ, ໃນ​ນັ້ນ​ກອງ​ບັນຊາ​ການ​ທະຫານ​ອາກາດໄດ້​ຕົກລົງ ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ພຸດ​ສະ​ດີ ອິນ​ທະ​ວົງ ເປັນ​ຫົວໜ້າ​ການເມືອງ ກອງຮ້ອຍ ອົກ​ຊີ, ຮ້ອຍ​ເອກ ພອນ​ສະ​ຫວັດ ເພັງ​ສຸວັນ ເປັນ​ຫົວໜ້າ​ໝວດ​ໄຟຟ້າ-ນ້ຳ​ປະປາ ກອງຮ້ອຍ ກໍ່ສ້າງ ພະ​ແນກ​ກໍ່ສ້າງ-ຄຸ້ມ​ຄອງ​ຊັບ​ສິນ, ຮ້ອຍ​ໂທ ຄຳ​ໄມ ວິໄລ​ທອງ​ເປັນ ຮອງ​ໝວດ​ລົດ​ບໍລິຫານ ກອງຮ້ອຍ ຂົນສົ່ງ ພະ​ແນກ​ຂົນສົ່ງ, ຮ້ອຍ​ໂທ ຄຳ​ໄມ ສີ​ບຸນ​ສຸກ ເປັນ​ຫົວໜ້າ​ໝວດ​ສຳນັກ​ກໍ່ສ້າງ ພະ​ແນກ​ກໍ່ສ້າງ-ຄຸ້ມ​ຄອງ​ຊັບ​ສິນ, ຮ້ອຍ​ໂທ ບຸນ​ພາ​ມາ ແສງ​ສຸ​ລິ​ວົງ ເປັນ​ຫົວໜ້າ​ໝວດ​ສຳນັກ ກອງຮ້ອຍ ຜະລິດ ພະ​ແນກ​ຜະລິດ-ກະສິກຳ, ຮ້ອຍ​ໂທ ນາງ ລິນ​ດາ ແກ້ວ​ວິໄລ​ທອນ ເປັນ​ຫົວ ໜ້າ​ໝວດ​ປູກຝັງ ກອງຮ້ອຍ ຜະລິດ ພະ​ແນກ​ຜະລິດ-ກະສິກຳ, ຮ້ອຍ​ໂທ ສຸ​ພີ ຫຼວງ​ສຸວັນ ເປັນ​ຫົວໜ້າ​ໝວດ​ລ້ຽງສັດ ກອງຮ້ອຍ ຜະລິດ ພະ​ແນກ​ຜະລິດ-ກະສິກຳ, ຮ້ອຍ​ໂທ ຄຳ ໄຊ​ສົງຄາມ ເປັນ​ຮອງ​ໝວດ​ປູກຝັງ ກອງຮ້ອຍ ຜະລິດ ພະ​ແນກ​ຜະລິດ-ກະສິກຳ, ພ້ອມ​ດຽວ​ກັນ​ນີ້ ຍັງ​ໄດ້​ແຕ່ງຕັ້ງ​ຂັ້ນ​ຊ່ວຍ​ວຽກ​ພະ​ແນກ ຫ້ອງ​ພະລາທິການ ຈຳນວນ 10 ສະຫາຍ​ຕື່ມ​ອີກ. ໂ ດຍ: ກາ ຫຼ້າ​ພາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ