ແບຣີ້ ຮໍກິ້ນ ເຂົ້າຮອບ 8 ຄົນສຸດທ້າຍ ພົບກັບ ນຽວ ໂຣເບີດສັນ ການແຂ່ງຂັນສະນຸກເກີລະດັບໂລກ Tour Championship 2026
ເວລາອອກຂ່າວ: 2026-04-03 09:57:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 296 | ຄວາມນິຍົມ: ![]()
ການແຂ່ງຂັນສະນຸກເກີລະດັບໂລກ ຮອງລາຍການສຸດທ້າຍຂອງລະດູການນີ້ Tour Championship 2026 ທີ່ເມືອງແມນເຊັສເຕີ ປະເທດອັງກິດ ລະຫວ່າງວັນທີ 30 ມີນາ-5 ເມສາ ຊີງເງິນລາງວັນລວມ 500.000 ປອນ. ຮອບທຳອິດ ເພື່ອຄັດເຂົ້າສູ່ຮອບ 8 ຄົນສຸດທ້າຍ: ເທບໄຊຍາ ອຸນໜູ ນັກສະນຸກເກີສີມືດີຈາກໄທ ມື 9 ຂອງລາຍການ ທີ່ຫາກໍໄດ້ແຊ້ມລາຍການໃຫຍ່ World Open ໃນອາທິດກ່ອນ ພາດທ່າເສຍໃຫ້ ແບຣີ້ ຮໍກິ້ນ ມື 8 ຈາກເຈົ້າພາບ 8-10 ເຟຣມ, ທັງສອງສູ້ກັນໄດ້ຢ່າງມ່ວນມັນ ປ່ຽນກັນນຳ ປ່ຽນກັນຕາມ ຈົບເຊັສຊັ່ນທຳອິດ ເທບໄຊຍາ ຕາມຫຼັງ 3-5 ເຟຣມ, ເຊັສຊັ່ນທີຕໍ່ມາ ເທບໄຊຍາ ພິກແຊງ 7-6 ເຟຣມ, ແຕ່ ແບຣີ້ ຮໍກິ້ນ ກັບມາໄດ້ ແຊງຊະນະຄືນ 10-8 ເຟຣມ.
ແບຣີ້ ຮໍກິ້ນ ເຂົ້າຮອບ 8 ຄົນສຸດທ້າຍ ໄປພົບກັບ ນຽວ ໂຣເບີດສັນ ມື 1 ຂອງລາຍການ ຈາກອົດສະຕຣາລີ ອະດີດແຊັມ 2 ສະໄໝ ທີ່ໄດ້ສິດລໍຖ້າໃນຮອບ 8 ຄົນສຸດທ້າຍ ເນື່ອງຈາກຕິດອັນດັບ 1-4 ຂອງໂລກ ທີ່ສະສົມເງິນລາງວັນ ຫຼື ສະສົມຄະແນນໄດ້ຫຼາຍສຸດໃນລະດູການນີ້.
ສ່ວນ ຫວູອີ້ເຈີ ມື 7 ຈາກຈີນ ຖືກ ຄຣິສ ວາເຄຣິນ ມື 10 ຂອງລາຍການ ຈາກເຈົ້າພາບ 6-10 ເຟຣມ, ຮອບ 8 ຄົນ ໄປພົບກັບ ຈ້າວຊິນທົງ ມື 2 ຈາກຈີນ ທີ່ໄດ້ສິດລໍຖ້າໃນຮອບ 8 ຄົນສຸດທ້າຍ ເນື່ອງຈາກຕິດອັນດັບ 1-4 ຂອງໂລກ ທີ່ສະສົມເງິນລາງວັນ ຫຼື ສະສົມຄະແນນໄດ້ຫຼາຍສຸດໃນລະດູການນີ້.
ທາງດ້ານ ຈອນ ຮິກກິ້ນ ແຊັມເກົ່າ ມື 11 ຂອງລາຍການ ຈາກສະກັອດແລນ ຊະນະ ມາກ ວິນລ້ຽມສ໌ ມື 6 ຂອງລາຍການ ຈາກເວວ 10-8 ຮອບ 8 ຄົນສຸດທ້າຍ ໄປພົບກັບ ມາກ ເຊວບີ້ ມື 3 ຂອງລາຍການ ຈາກອັງກິດ ທີ່ໄດ້ສິດລໍຖ້າໃນຮອບ 8 ຄົນສຸດທ້າຍ ເນື່ອງຈາກຕິດອັນດັບ 1-4 ຂອງໂລກ ທີ່ສະສົມເງິນລາງວັນ ຫຼື ສະສົມຄະແນນໄດ້ຫລາຍສຸດໃນລະດູການນີ້.
ສ່ວນ ຈັດທຣຳ ມື 1 ຂອງໂລກ ເປັນມືວາງອັນດັບ 5 ຂອງລາຍການ ຈາກເຈົ້າພາບ ທີ່ແຊງຊະນະ ມາກ ອາວເລນ ມື 12 ຂອງລາຍການ ຈາກອຽກລັງເໜືອ ກ່ອນໜ້ານີ້ 10-8 ເຟຣມ, ຮອບ 8 ຄົນສຸດທ້າຍ ໄປພົບກັບ ຊອນ ເມີຟີ້ ເພື່ອນຮ່ວມຊາດ ມື 4 ຂອງລາຍການ ທີ່ໄດ້ສິດລໍຖ້າໃນຮອບ 8 ຄົນສຸດທ້າຍ ເນື່ອງຈາກຕິດອັນດັບ 1-4 ຂອງໂລກ ທີ່ສະສົມເງິນລາງວັນ ຫຼື ສະສົມຄະແນນໄດ້ຫລາຍສຸດໃນລະດູການນີ້. ແຊັມລາຍການນີ້ ຈະໄດ້ຮັບເງິນລາງວັນ 150.000 ປອນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















