ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ນາ​ຊາ ສ້າງ​ຍານ​ອະວະກາດ "Dragonfly" ທີ່​ໃຊ້​ພະລັງງານ​ນິວ​ເຄລຍ ​ຂະໜາດ​ເທົ່າ​ລົດ ກຽມ​ສຳ​ຫຼວດ​ດາວ​ເຄາະ​ໄທ​ຕັນ​ໃນ​ປີ 2028
ເວລາອອກຂ່າວ: 2026-04-03 09:53:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:



ນັກ​ວິສະວະກອນ​ຈາກ​ຫ້ອງ​ທົດ​ລອງ​ຟີ​ຊິກ APL ໃນ​ລັດ ແມ​ຣີ​ແລນ ປະເທດ ສະຫະລັດ ອາເມລິກາ ໄດ້​ເລີ່ມ​ຕົ້ນ​ສ້າງ ແລະ ທົດ​ລອງ Dragonfly ຢ່າງ​ເປັນ​ທາງ​ການ, ເຊິ່ງ​ເປັນ​ຍານ ໂຣ​ເຕີ​ຄາ​​ຟ ທີ່​ໃຊ້​ພະລັງງານ​ນິວ​ເຄລຍ Dragonfly ມີ​ກຳນົດ​ປ່ອຍ​ຂຶ້ນ​ສູ່​ອະວະກາດ ​ເພື່ອ​ເດີນທາງ​ໄປ​ຍັງ​ດາວ​ເຄາະ​ໄທ​ຕັນ ເຊິ່ງ​ເປັນ​ດາວ​ເຄາະ​ບໍລິວານ​ທີ່​ມີ​ຂະໜາດ​ໃຫຍ​່ທີ່​ສຸດ​ຂອງ​ດາວ​ເສົາ. ທ່ານ ເອ​ລິ​ຊາ​ເບດ ເທີ​ໂທ ຫົວໜ້າ​ຄົ້ນຄວ້າ​ຊັ້ນ​ນຳ​ສຳລັບ​ພາລະກິດ Dragonfly ທີ່ APL ໄດ້​ອະທິບາຍ​ເຖິງ​ຜົນສຳເລັດ​ນີ້​ວ່າ​ເປັນ "ບ່ອນເກີດ​ຂອງ​ລະບົບ​ການບິນ​ຂອງ​ພວກ​ເຮົາ​ຢ່າງ​ແທ້​ຈິງ." ຍານ​ອະວະກາດ Dragonfly ມີ​ຂະໜາດ​ປະມານ​ລົດ ແລະ ຈະ​ສ້າງ​ປະຫວັດສາດ​ເປັນ​ຍານ rotor ທີ​ສອງ​ ທີ່​ບິນ​ຢູ່​ເທິງ​ດາວ​ເຄາະ​ອື່ນ​ນອກຈາກ​ໂລກ, ຫຼັງ​ຈາກ​ເຮລິ​ຄອບ​ເຕີ​ທີ່​ໃຊ້​ພະລັງງານ​ແສງ​ຕາເວັນ Ingenuity ທີ່​ເຄີຍ​ສຳ​ຫຼວດ​ຢູ່​ເທິງ​ດາວ​ອັງຄານ​ມາ​ແລ້ວ. ຢ່າງໃດ​ກໍ​ຕາມ, Dragonfly ຈະ​ໃຊ້​ພະລັງງານ​ນິວ​ເຄລຍ​ເພື່ອ​ການ​ຂັບ​ເຄື່ອນ ແລະ ນີ້​ແມ່ນ​ພາລະກິດ​ຂະໜາດ​ໃຫຍ່​ທີ່​ມີ​ງົບປະມານ​ສູງ​ເຖິງ 3,35 ຕື້​ໂດ​ລາ ສະຫະລັດ, ຫຼື 120,6 ເປົ້າ​ໝາຍ​ຕົ້ນຕໍ​ຂອງ​ພາລະກິດ​ແມ່ນ​ເພື່ອ​ຄົ້ນ​ຫາ​ຄວາມ​ລັບ​ຂອງ Titan, ເຊິ່ງ​ນັກວິທະຍາສາດ​ເຊື່ອ​ວ່າ​ອຸດົມສົມບູນ​ໄປ​ດ້ວຍ​ໂມ​ເລ​ກຸນ​ຕັ້ງຕົ້ນ​ຂອງ​ສິ່ງ​ທີ່​ມີ​ຊີວິດ. ຫຼັງ​ຈາກ​ລົງ​ຈອດ​ເທິງ Titan, ຍານ​ສຳ​ຫຼວດ Dragonfly ຈະ​ສຳ​ຫຼວດ​ພື້ນ​ທີ່​ ທີ່​ຫຼາກ​ຫຼາຍ​ເພື່ອ​ສຶກ​ສາ​ເຄ​ມີ, ທໍລະນີ​ສາດ ແລະ ບັນຍາກາດ ເພື່ອ​ນຳ​ເອົາ​ຂໍ້​ມູນ​ດັ່ງກ່າວ​ມາ​ສຶກ​ສາ ແລະ ວິໄຈ​ກ່ຽວ​ກັບ​ຕົ້ນ​ກຳເນີດ​ທາງ​ເຄ​ມີ​ຂອງ​ສີ່ງ​ທີ່​ມີ​ຊີວິດ. ປັດຈຸ​ບັນ ຍານ​ສຳ​ຫຼວດ Dragonfly ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ທົດ​ລອງ​ໂມ​ດູນ​ເອ​ເລັກ​ໂຕຣ​ນິກ​ປະສົມ​ປະສານ​ຂອງ​ຍານ​ອະວະກາດ, ເບິ່ງແຍງ​ລະບົບ​ການ​ນຳ​ທາງ ແລະ ການ​ຈັດການ​ຂໍ້​ມູນ ໂດຍ​ການ​ທົດ​ລອງ​ໜ່ວຍ​ສະຫຼັບ​ພະລັງງານ, ເຊັ່ນ​ດຽວ​ກັນ​ກັບ​ການ​ທົດ​ລອງ​ເກາະ​ປ້ອງ​ກັນ​ສຳລັບ​ການ​ເດີນທາງ​ໃນ​ອະວະກາດ ແລະ ການ​ປ້ອງ​ກັນ​ຄວາມ​ຮ້ອນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຍານ​ອະວະກາດ​ແຂງ​ຕົວ​ໃນ​ບັນຍາກາດ​ທີ່​ໜາວ​ເຢັນ​ຂອງ Titan. ການ​ທົດ​ສອບ ແລະ ການ​ປະກອບ​ຍານ​ອະວະກາດ​ຈະ​ສືບຕໍ່​ໄປ ​ຈົນ​ຮອດ​ຕົ້ນ​ປີ 2027 ກ່ອນ​ທີ່​ຈະ​ຖືກ​ສົ່ງ​ໄປ​ທົດ​ລະບົບ​ທີ່ Lockheed Martin Space ໃນ Colorado. ຫຼັງ​ຈາກ​ນັ້ນ ຍານ​ສຳ​ຫຼວດ​ຈະ​ຖືກ​ສົ່ງ​ໄປ​ທີ່​ສູນ​ອະວະກາດ Kennedy ຂອງ NASA ເພື່ອ​ກະກຽມ​ສຳລັບ​ການ​ເປີດ​ຕົວ​ດ້ວຍ​ຈະ​ຫຼວດ Falcon Heavy ຂອງ SpaceX, ເຊິ່ງ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຕົ້ນ​ລະດູ​ໃບ​ໄມ້​ປົ່ງ​ປີ 2028.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ