ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ເອີ​ຣົບ ຖະແຫຼງການ​​ກ່ຽວ​ກັບ​ສະຖານະ​ການ​ຄວາມ​ຮຸນ​ແຮງ​ຢູ່ ລີ​ບັງ
ເວລາອອກຂ່າວ: 2026-04-03 09:48:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ສຳນັກ​ຂ່າວ ວີ​ໂອ​ວີ ລາຍ​ງານ​ໃນ​ວັນ​ທີ 31 ມີນາ​ຜ່ານ​ມາ​ວ່າ: ໃນ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ຫຼາຍ​ຝ່າຍ, ລັດຖະ ມົນຕີ​ການ​ຕ່າງປະເທດ​ຂອງ 10 ປະເທດ ຂອງ​ເອີ​ຣົບ ພ້ອມ​ດ້ວຍ​ ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ເອີ​ຣົບ (EU) ໄດ້​ອອກ​ຖະແຫຼງການ​ຮ່ວມ​ໂດຍ​ສະແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ປະ​ທະ​ ກັນ​ຢູ່ປະເທດ ລີ​ບັງ ແລະ ຮຽກ ຮ້ອງ​ໃຫ້​ມີ​ມາດ​ຕະການ​ສັນຕິພາບ​ໂດຍ​ດ່ວນ. ຖະແຫຼງການ​ດັ່ງ ກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໂດຍ​ລັດຖະມົນຕີ​ການ​ຕ່າງ ປະເທດ ບັນດາ​ປະເທດປະກອບ​ດ້ວຍ​ຝຣັ່ງ, ແບນ​ຊິກ, ໄຊ​ປຣັດ, ກຣົວ​ຊີ, ເກຼັກ, ອີ​ຕາ​ລີ, ມານ​ຕາ, ໂຮນ​ລັງ, ປັອກ​ຕຸຍ​ການ ແລະ ອັງກິດ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ເອີ​ຣົບ (EU). ໃນ​ນີ້, ບັນດາ​ຝ່າຍ​ທີ່​ກ່ຽວ ຂ້ອງ​ໄດ້​ຮຽກຮ້ອງ​ຢຸດ​ຍິງ​ໃນ​ທັນທີ, ພ້ອມ​ທັງ​ຢຸດຕິ​ບັນດາ​ການເຄື່ອນໄຫວ​ປະ​ທະ​ກັນ. ການ​ທູດ​ ໄດ້​ຮັບ​ຖື​ວ່າ​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ໃຫ້​ແກ່​ສາມັນ​ຊົນ. ພ້ອມ​ນີ້​ກໍ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ເປີດ​ເສັ້ນທາງ​ຕ່າງໆ​ເພື່ອ​ອະນຸຍາດ​ໃຫ້​ໜ່ວຍ​ງານ​ຊ່ວຍເຫຼືອສາກົນ​ເຂົ້າ​ເຖິງ​ພື້ນ​ທີ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ