ມາຣໂກ້ ເບັຊເຊັກຊີ້ ຄວ້າແຊັມ ໂມໂຕຈີພີ 3 ສະໜາມທຳອິດຂອງປີ 2026
ເວລາອອກຂ່າວ: 2026-04-02 09:53:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ: ![]()
ການແຂ່ງຂັນລົດຈັກທາງລຽບຊີງແຊັມໂລກ ໂມໂຕຈີພີ ປະຈຳປີ 2026 ສະໜາມທີ 3 ລາຍການ ອາເມຣິກັນ ກຣັງປຣີ ທີ່ສະໜາມ Circuit of the Americas, ນະຄອນ Austin, ລັດເທັກຊັສ ສະຫະລັດ ອາເມຣິກາ ໃນທ້າຍອາທິດຜ່ານມາ ມີຄວາມຍາວຕໍ່ຮອບ 5.513 ແມັດ.
ປະກົດວ່າ: ມາຣໂກ້ ເບັຊເຊັກຊີ້ ນັກຂັບຊາວອີຕາລີ ຈາກທີມ ອາພີເລຍ ອອກໂຕເປັນຄົນທີສອງ ແຕ່ຄູ່ແຂ່ງເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 40 ນາທີ 50.653 ວິນາທີ ເອົາຊະນະ ຈໍເກ້ ມາຣຕິນ ນັກຂັບຊາວແອັດສະປາຍ ເພື່ອນຮ່ວມທີມ 2.036 ວິນາທີ, ເບັຊເຊັກຊີ້ ໄດ້ແຊັມ 3 ສະໜາມຕິດຕໍ່ກັນ, ທີ 3 ເປັນຂອງ ເປໂດຣ ອາຄັອສຕ້າ ຊາວແອັສປາຍ ຈາກທີມ ເຄທີເອັມ ຕາມຫຼັງ 4.497 ວິນາທີ.
ຂະນະທີ່ ມາກ ມາເກັຊ ແຊັມເກົ່າ ທັງເປັນແຊັມໂລກ 6 ສະໄໝ ຊາວແອັດສະປາຍ ຈາກທີມດູຄາຕິ ອອກໂຕເປັນຄົນທີ 6 ຈົບອັນດັບທີ 5 ຕາມຫຼັງ 8 ກວ່າວິນາທີ. ສ່ວນ ອາເລັກ ມາເກັຊ ນ້ອງຊາຍ ມາກ ມາເກັຊ ຮອງແຊັມໂລກປີຜ່ານມາ ຈົບອັນດັບທີ 7.
ທາງດ້ານ ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊັມໂລກ 2 ສະໄໝ ຊາວອີຕາລີ ຈາກທີມດູຄາຕິ ຈົບອັນດັບທີ 10. ຟາບີໂອ ກົວຕາຣາໂຣ້ ຊາວຝຣັ່ງ ແຊັມໂລກ 1 ສະໄໝ ຈາກຄ້າຍຢາມາຮ້າ ຈົບອັນດັບທີ 17.
ສ່ວນການ Sprint ຈໍເກ້ ມາຣຕິນ ອັນດັບ 1, ທີ 2 ບານາຢ້າ, ທີ 3 ບັສເຕຍນີນີ້.
ສະຫຼຸບຄະແນນນັກຂັບຜ່ານໄປ 3 ສະໜາມ ມາຣໂກ້ ເບັຊເຊັກຊີ້ ເປັນຜູ້ນຳ ມີ 81 ຄະແນນ, ອັນດັບສອງ ຈໍເກ້ ມາຣຕິນ ມີ 77 ຄະແນນ, ອັນດັບສາມ ເປໂດຣ ອາຄັອສຕ້າ ມີ 60 ຄະແນນ, ສ່ວນ ແຊັມເກົ່າ ມາກ ມາເກັຊ ມີ 45 ຄະແນນ.
ທີມຜູ້ສ້າງ ທີມນຳແມ່ນຄ້າຍ ອາພີເລຍ ມີ 101 ຄະແນນ, ທີສອງ ດູຄາຕິ ມີ 69 ຄະແນນ, ທີ 3 ເຄທີເອັມ ມີ 65 ຄະແນນ.
ສະໜາມຕໍ່ໄປ ສະໜາມທີ 4 ລາຍການ ສະແປນນິສ ກຣັງປຣີ ທີ່ສະໜາມ Circuito de Jerez-ແngel Nieto, ປະເທດສແອັສປາຍ ຈະແຂ່ງຂັນວັນທີ 26 ເມສານີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















