ຈີນ ຈະປະຕິບັດພາລະກິດເພື່ອສັນຕິພາບ ແລະ ໜ້າທີ່ຮັບຜິດຊອບເພື່ອໂລກ
ເວລາອອກຂ່າວ: 2026-04-02 09:50:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ: ![]()
ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 31 ມີນານີ້, ພັນເອກ ພິເສດ ຈຽງປິ່ນ ໂຄສົກກະຊວງກະຊວງປ້ອງກັນປະເທດຈີນ ໄດ້ແຈ້ງໃຫ້ຮູ້ກ່ຽວກັບການເຂົ້າຮ່ວມຂອງຈີນໃນການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດ.
ທ່ານ ຈຽງປິ່ນ ກ່າວວ່າ: ນັບແຕ່ທະຫານຈີນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດຄັ້ງທຳອິດໃນປີ 1990 ເປັນຕົ້ນມາ,ໄດ້ປະຕິບັດໜ້າທີ່ຮັກສາສັນຕິພາບ 26 ຄັ້ງໂດຍໄດ້ສົ່ງກຳລັງຮັກສາສັນຕິພາບ 50.000 ກວ່າເທື່ອຄົນ, ເຂດປະຕິບັດໜ້າທີ່ຫຼາຍກວ່າ 20 ປະເທດ ແລະ ເຂດແຄວ້ນ, ນາຍ ແລະ ພົນທະຫານເສຍຊີວິດ 17 ຄົນເພື່ອພາລະກິດສັນຕິພາບ.
ຈີນ ເດັດດ່ຽວສະໜັບສະໜູນຖານະແກນກາງຂອງອົງການສະຫະປະຊາຊາດຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນອົງການສະຫະປະຊາຊາດເສີມຂະຫຍາຍບົດບາດສຳຄັນເຂົ້າໃນວຽກງານສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ເພີ່ມການລົງທຶນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດຢ່າງຕໍ່ເນື່ອງ, ລົງເລິກການແລກປ່ຽນ ແລະ ການຮ່ວມມືເພື່ອຮັກສາສັນຕິພາບກັບປະເທດຕ່າງໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















