ສະຫະລັດ ສະເໜີແຜນການຢຸດຕິສົງຄາມ 15 ຂໍ້ ຕໍ່ ອີຣານ, ຂະນະດຽວກັນ ອີຣານ ກໍສະເໜີ 5 ເງື່ອນໄຂຫຼັກ ໃນການຢຸດຕິຄວາມຂັດແຍ້ງ
ເວລາອອກຂ່າວ: 2026-04-02 09:49:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ: ![]()
ແຜນການນີ້ແມ່ນສ່ວນໜຶ່ງຂອງນະໂຍບາຍ “ກົດດັນສູງສຸດ” (Maximum Pressure) ຂອງລັດຖະບານ ທ່ານ ໂດນັນ ທຣຳ (Donald Trump) ປະທາ ນາທິບໍດີ ສະຫະລັດ ອາເມຣິກາ ເພື່ອບີບໃຫ້ ອີຣານ ຍອມຮັບຂໍ້ຕົກ
ລົງໃໝ່ ທີ່ມີເນື້ອໃນກວມລວມກວ່າຂໍ້ຕົກລົງນິວເຄລຍເດີມ (JCPOA). ໂດຍຂໍ້ສະເໜີນີ້ຢື່ນຜ່ານປາກິດສະຖານ ປະເທດເປັນກາງ, ເຊິ່ງມີເນື້ອໃນດັ່ງນີ້:
I. ດ້ານອາວຸດນິວເຄລຍ (Nuclear Requirements)ຢຸດການເສີມສະມັດຖະພາບຢູເຣນຽມ: ອີຣານ ຕ້ອງຢຸດຕິທຸກກິດ ຈະກຳນິວເຄຼຍ ແລະ ພັນທະບັດທີ່ ກ່ຽວຂ້ອງຢ່າງຖາວອນ.
ເປີດເຜີຍປະຫວັດໂຄງການ: ຕ້ອງແຈ້ງລາຍລະອຽດທັງໝົດຂອງໂຄງການນິວເຄລຍໃນອະດີດໃຫ້ອົງການພະລັງງານປະລະມະນູສາກົນ IAEA ຊາບ.
ການກວດສອບແບບບໍ່ມີເງື່ອນໄຂ: ຕ້ອງອະນຸຍາດໃຫ້ເຈົ້າໜ້າທີ່ສາກົນເຂົ້າກວດສອບທຸກສະຖານທີ່ທົ່ວປະເທດ ໂດຍບໍ່ມີຂໍ້ຍົກເວັ້ນ.
ຢຸດການຜະລິດພລູໂຕນຽມ: ຕ້ອງປິດເຕົາປະຕິກອນນ້ຳໜັກ ແລະ ຢຸດການສະກັດພລູໂຕນຽມຄືນໃໝ່.
II. ດ້ານຂີປະນາວຸດ ແລະ ຄວາມໝັ້ນຄົງ (Missiles & Regional Security)ຢຸດການພັດທະນາລູກສອນໄຟ: ຫ້າມທົດລອງ ຫຼື ພັດທະນາຂີປະນາວຸດທີ່ສາມາດຕິດຫົວຮົບນິວເຄລຍໄດ້.
ຖອນກຳລັງອອກຈາກຊີຣີ: ຕ້ອງຖອນທະຫານ ແລະ ກຸ່ມຕຳຫຼວດບ້ານ ທີ່ອີຣານ ໜູນຫຼັງອອກຈາກຊີຣີ ທັງໝົດ.
ຢຸດແຊກແຊງອີຣັກ: ເຄົາລົບອຳນາດອະທິປະໄຕຂອງອີຣັກ ແລະ ຢຸດສະໜັບສະໜູນກຸ່ມປະກອບອາວຸດຊີໄອ (Shiite militias).
ຢຸດການສະໜັບສະໜູນກຸ່ມຮູຕີ (Houthi): ຢຸດການສົ່ງອາວຸດ ແລະ ການເງິນໃຫ້ກຸ່ມຮູຕີໃນເຢເມນ.
ຢຸດສະໜັບສະໜູນກຸ່ມເຮສໂບລໍ (Hezbollah): ລວມເຖິງກຸ່ມຮາມາສ (Hamas) ແລະ ກຸ່ມຈີຮາດອິດສະລາມ.
ຢຸດຂົ່ມຂູ່ພັນທະມິດ: ຢຸດເຊົາການຂົ່ມຂູ່ທີ່ຈະທຳລາຍອິດສະຣາແອນ ແລະ ການຍິງລູກສອນໄຟໃສ່ອາຣັບບີ ຊາອຸດິດ ຫຼື ສະຫະລັດ ອາຣັບ ເອມິເຣດ.
III. ດ້ານການທູດ ແລະ ພຶດຕິກຳສາກົນ (Diplomatic & International Behavior) ປ່ອຍ
ຕົວ-ຕົວປະກັນ: ປ່ອຍຕົວພົນລະ ເມືອງສະຫະລັດ ແລະ ປະເທດພັນທະມິດທີ່ຖືກຄຸມຕົວຢ່າງບໍ່ຍຸຕິທຳ.
ຢຸດການກໍ່ການຮ້າຍສາກົນ: ຢຸດການສະໜັບສະໜູນກຸ່ມກໍ່ການຮ້າຍ ແລະ ການລອບສັງຫານໃນຕ່າງປະເທດ.
ຢຸດການໂຈມຕີທາງໄຊເບີ: ຢຸດການແຮັກຂໍ້ມູນ ຫຼື ໂຈມຕີລະບົບໄຊເບີຂອງສະຫະລັດ ແລະ ພັນທະມິດ.
ການເຈລະຈາຂໍ້ຕົກລົງໃໝ່: ອີຣານ ຕ້ອງຍອມຮັບຂໍ້ຕົກລົງທີ່ເປັນ “ສົນທິສັນຍາ” (Treaty) ທີ່ໄດ້ຮັບການຮັບຮອງຈາກສະພາສູງຂອງສະຫະລັດ.
ການຍົກເລີກການລົງໂທດ: ຫາກ ອີຣານ ປະຕິບັດຕາມທຸກຂໍ້, ສະຫະລັດຈະຍົກເລີກການລົງໂທດ, ທັງຟື້ນຟູສາຍສຳພັນ ແລະ ຊ່ວຍພັດທະນາເສດຖະກິດຂອງອີຣານ ຄືນໃໝ່.
ແຜນການນີ້ຖືກເບິ່ງວ່າເປັນ “ການຍອມຈຳນົນ” ໃນສາຍຕາຂອງຜູ້ນຳອີຣານ, ເຮັດໃຫ້ການເຈລະຈາຍັງຄົງມີຄວາມຫຍຸ້ງຍາກສູງ.
ຂະນະດຽວກັນຝ່າຍ ອີຣານ ກໍສະເໜີ 5 ເງື່ອນໄຂຫຼັກ ໃນການຢຸດຕິຄວາມຂັດແຍ້ງຢ່າງຖາວອນກັບສະຫະລັດເພື່ອເປັນການຕອບໂຕ້ຕໍ່ແຜນການ 15 ຂໍ້ຂອງສະຫະລັດ, ລັດຖະບານອີຣານ ໄດ້ປະກາດ (ຜ່ານສື່ມວນຊົນຂອງລັດ ແລະ ຊ່ອງທາງການທູດ), ໂດຍໄດ້ກຳນົດຂໍ້ຮຽກຮ້ອງພື້ນຖານຂອງຕົນ ສຳລັບການຢຸດຍິງ ແລະ ການເຈລະຈາໃນອະນາຄົດ ດັ່ງນີ້:
1. ຢຸດຕິການຮຸກຮານ ແລະ ການລອບສັງຫານອີຣານ ຮຽກ ຮ້ອງໃຫ້ຢຸດຕິ “ການຮຸກຮານ” ທາງທະຫານ ແລະ “ການລອບສັງຫານແບບເຈາະຈົງເປົ້າໝາຍ” ໂດຍສະຫະລັດ ແລະ ອິດສະຣາແອນ ຕໍ່ເຈົ້າໜ້າທີ່, ນັກ ວິທະຍາສາດ ແລະ ບຸກຄະລາກອນທາງທະຫານຂອງອີຣານ ທັງພາຍໃນ ແລະ ຕ່າງປະເທດໂດຍທັນທີ.
2. ກົນໄກຮັບປະກັນຄວາມປອດໄພທີ່ຊັດເຈນເຕເຮຣານ ຢືນຢັນໃຫ້ມີການສ້າງ “ກົນໄກທີ່ເປັນຮູບປະທຳ ແລະ ມີການຮັບປະກັນ” ເພື່ອໃຫ້ໝັ້ນໃຈວ່າ ສະຫະລັດ ແລະ ພັນທະມິດ
ຈະບໍ່ສາມາດກັບມາໂຈມຕີທາງທະຫານ ຫຼື ສ້າງຄວາມຂັດແຍ່ງກັບອີຣານຄືນໃໝ່ໄດ້ອີກ ເມື່ອມີການລົງນາມໃນຂໍ້ຕົກລົງແລ້ວ. ພວກເຂົາຕ້ອງການ “ການຮັບປະກັນວ່າ ຈະບໍ່ເກີດເຫດການຊ້ຳຮອຍ”.
3. ການຊົດເຊີຍຄ່າເສຍຫາຍຈາກສົງຄາມອີຣານ ຮຽກຮ້ອງໃຫ້ມີໂຄງສ້າງ ແລະ ພັນທະທາງກົດໝາຍທີ່ຊັດເຈນ ໃນການຈ່າຍຄ່າເສຍຫາຍຈາກສົງຄາມ ແລະ ການຊົດເຊີຍທາງດ້ານການເງິນ. ນີ້ແມ່ນ ເພື່ອທົດແທນຄວາມເສຍຫາຍທາງດ້ານເສດຖະກິດ ແລະ ໂຄງລ່າງພື້ນຖານ ທີ່ເກີດຈາກການໂຈມຕີຂອງສະຫະລັດ ແລະ ອິດສະຣາແອນ ໃນຊ່ວງຄວາມຂັດແຍ່ງທີ່ຜ່ານມາ.
4. ອະທິປະໄຕເໜືອຊ່ອງແຄບ ຮໍມຸດ (Strait of Hormuz)
ອີຣານ ຢືນຢັນ “ສິດທິຕາມທຳມະຊາດ ແລະ ທາງກົດໝາຍ” ຂອງຕົນ ໃນການໃຊ້ອຳນາດອະທິປະໄຕຢ່າງເຕັມສ່ວນ ເໜືອກິດຈະກຳທາງທະເລໃນຊ່ອງແຄບຮໍມຸດ. ເຖິງວ່າພວກເຂົາອາດຈະຕົກລົງໃຫ້ເປີດເສັ້ນທາງສຳລັບການຂົນສົ່ງສາກົນ, ແຕ່ພວກເຂົາປະຕິເສດການຄວບຄຸມໂດຍຕ່າງຊາດ ຫຼື ສະຖານະ “ເຂດການເດີນເຮືອເສລີ” ທີ່ຈະມາທຳລາຍອຳນາດເໜືອດິນແດນຂອງຕົນ.
5. ການຍອມຮັບພັນທະມິດໃນພາກພື້ນອີຣານ ຮຽກຮ້ອງວ່າ ຂໍ້ຕົກລົງສັນຕິພາບໃດໆ ກໍຕາມ ຕ້ອງຍອມຮັບຜົນປະໂຫຍດດ້ານຄວາມໝັ້ນຄົງໃນພາກພື້ນຂອງຕົນ ແລະ ຕ້ອງລວມເຖິງການຢຸດຕິການເປັນສັດຕູຕໍ່ພັນທະມິດຂອງອີຣານ (ເຊັ່ນ: ກຸ່ມເຮLSWinErrສໂບລໍ ໃນເລບານອນ). ພວກເຂົາປະຕິເສດທີ່ຈະ “ຖິ້ມ” ພັນທະມິດຂອງຕົນ ເພື່ອເປັນເງື່ອນໄຂແລກປ່ຽນກັບສັນຕິພາບ.
ສະຖານະປັດຈຸບັນ, ອີຣານ ໄດ້ລະບຸຢ່າງເປັນທາງການວ່າ ແຜນການ 15 ຂໍ້ຂອງສະຫະລັດນັ້ນ “ເກີນກວ່າເຫດ ແລະ ເປັນການຕົວະຢົວະ”, ໂດຍກ່າວວ່າ ຈະບໍ່ມີການເຈລະຈາຢ່າງເປັນທາງການເກີດຂຶ້ນ ຈົນກວ່າຂໍ້ຮຽກຮ້ອງຫຼັກຂອງພວກເຂົາຈະຖືກນຳມາພິຈາລະນາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















