ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ແຂວງຈຳປາສັກ ປ້ອງ​ກັນ​ແຊັມ ໂຄປາ ໂຄຄາ ໂຄລາ ລາວ 2026
ເວລາອອກຂ່າວ: 2026-04-01 09:59:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ການ​ແຂ່ງຂັນ​ບານເຕະ​ນັກຮຽນ​ມັດທະຍົມ​ສຶກ​ສາ ຍິງ-ຊາຍ ທົ່ວ​ປະເທດ ໂຄປາ ໂຄຄາ ໂຄລາ ລາວ ປະຈຳ​ປີ 2026 ຊີງ​ຂັນ​ທ່ານ​ລັດຖະມົນຕີ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ຄັ້ງ​ທີ VIII, ຮອບ​ສຸດ​ທ້າຍ ທີ່​ສະໜາມກິລາ​ໜອງ​ໄຮ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ 23-27 ມີນາ 2026.ປະເພດ​ຍິງ ຮອບ​ຊີງ​ຊະນະ​ເລີດ ແຂວງ​ຈຳປາ​ສັກ ແຊັມ​ເກົ່າ ເອົາ​ຊະນະ ​ມຕ ບໍ່​ໂອ 5-1. ແຂວງ​ຈຳປາ​ສັກ ຄວ້າ​ແຊັມ 2 ຄັ້ງ​ຕິດຕໍ່​ກັນ ຮັບ ຂັນ​ໜຶ່ງ​ໜ່ວຍ, ຫຼຽນ​ລາງວັນ 27 ຫຼຽນ ພ້ອມ​ເງິນສົດ 50.000.000 ກີບ, ມີ​ຜະລິດ​ຕະ​ພັນ​ອື່ນໆ 20.000.000 ກີບ ລວມ​ມູນ​ຄ່າ​ທັງ​ໝົດ 70.000.000 ກີບ. ສ່ວນ​ຮອງ​ແຊັມ ​ມຕ ບໍ່​ໂອ ຮັບ ຫຼຽນ​ລາງວັນ 27 ຫຼຽນ ພ້ອມ​ເງິນສົດ 30.000.000 ກີບ, ມີ​ຜະລິດ​ຕະ​ພັນ​ອື່ນໆ 10.000.000 ກີບ ລວມ​ມູນ​ຄ່າ​ທັງ​ໝົດ 40.000.000 ກີບ. ສ່ວນ​ຄູ່​ຊີງອັນດັບທີ 3 ແຂວງ​ຫຼວງ​ພະ​ບາງ ເອົາ​ຊະນະ ​ມສ ໂພນ​ທັນ 3-0. ແຂວງ​ຫຼວງ​ພະ​ບາງ ຮັບ ຫຼຽນ​ລາງວັນ 27 ຫຼຽນ ພ້ອມ​ເງິນສົດ 15.000.000 ກີບ, ມີ​ຜະລິດ​ຕະ​ພັນ​ອື່ນໆ 5.000.000 ກີບ ລວມ​ມູນ​ຄ່າ​ທັງ​ໝົດ 20.000.000 ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ