ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ເດັກນ້ອຍ ແລະ ຊາວ​ໜຸ່ມ 273 ລ້ານ​ຄົນ ໃນ​ທົ່ວ​ໂລກ​ອອກ​ຈາກ​ລະບົບ​ການ​ສຶກ​ສາ
ເວລາອອກຂ່າວ: 2026-04-01 09:52:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ​ລາຍ​ງານ​ວັນ​ທີ 31 ມີນາ​ວ່າ: ອີງ​ຕາມ​ບົດ​ລາຍ​ງານ​ການ​ຕິດຕາມ​ການ​ສຶກ​ສາ​ທົ່ວ​ໂລກ​ຂອງ​ອົງການ ອຸຍ​ເນັສ​ໂກ ( UNESCO ) ປະຈຳ​ປີ 2026 ຊີ້​ໃຫ້​ເຫັນ​ວ່າ: ຈຳນວນ​ເດັກນ້ອຍ ແລະ ຊາວ​ໜຸ່ມ ທີ່​ອອກ​ຈາກ​ລະບົບ​ການ​ສຶກ​ສາ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ເປັນ​ປີ​ທີ 7 ຕິດຕໍ່​ກັນ ເຊິ່ງ​ມີ​ເຖິງ 273 ລ້ານ​ຄົນ.  ພາລະກິດ​ໃນ​ການ​ຮັກສາ​ເດັກ ນ້ອຍ​ໃຫ້​ຢູ່​ໃນ​ລະບົບ​ການ​ສຶກ​ສາ​ໄດ້​ຊ້າ​ລົງ​ໃນ​ເກືອບ​ທຸກ​ພາກ​ພື້ນ​ທົ່ວ​ໂລກ ນັບ​ຕັ້ງແຕ່​ປີ 2015. ທ່າ​ອ່ຽງ​ນີ້​ແມ່ນ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ໃນ​ພາກ​ພື້ນ​ອາ​ຟາຣິ​ກາ​ໃຕ້​ໂດຍສະເພາະໃນ ຊາ​ຮາ​ຣາ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຍ້ອນ​ຈຳນວນ​ປະຊາກອນ​ທີ່​ເພີ່ມ​ຂຶ້ນ, ວິ​ກິດ​ການ ແລະ ຂໍ້​ຈຳກັດ​ດ້ານ​ງົບປະມານ. ຂໍ້​ຂັດ​ແຍ້ງ​ທີ່​ກາຍເປັນ​ອຸປະສັກ​ອັນ​ໃຫຍ່​ຫຼວງ​ຕໍ່​ຄວາມ​ກ້າວໜ້າ​ດ້ານ​ການ​ສຶກ​ສາ, ເນື່ອງ​ຈາ​ກວ່າ​ປັດຈຸບັນ​ມີ​ເດັກນ້ອຍ​ຫຼາຍ​ກວ່າ​ໜຶ່ງ​ໃນ​ຫົກ​ຄົນ​ອາໄສ​ໃນ​ເຂດ​ທີ່​ຂັດ​ແຍ້ງ ສົ່ງ​ຜົນ​ເຮັດ​ໃຫ້​ເດັກນ້ອຍ​ຫຼຸດ​ອອກ​ຈາກ​ລະບົບ​ການ​ສຶກ​ສາ​ເພີ່ມ​ຂຶ້ນ​ອີກ​ຫຼາຍ​ລ້ານ​ຄົນ, ນອກ​ເໜືອ​ໄປ​ຈາກ​ໂຕ​ເລກ​ທີ່​ໄດ້​ບັນທຶກ​ໄວ້. ສະຖານະ​ການ​ດັ່ງກ່າວ​ໜ້າ ​ເປັນ​ຫ່ວງ ໂດຍ​ສະເພາະ​ໃນ​ຕາເວັນ​ອອກ​ກາງ ເຊິ່ງ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ທີ່​ຍືດ​ເຍື້ອ​ໄດ້​ບັງ ຄັບ​ໃຫ້​ໂຮງຮຽນ​ຫຼາຍ​ແຫ່ງ​ຕ້ອງ​ປິດ​ການ​ຮຽນ-ການ​ສອນລົງ, ເຮັດ​ໃຫ້​ເດັກນ້ອຍ​ຫຼາຍ​ລ້ານ​ຄົນ​ຂາດ​ໂອກາດ​ທາງ​ການ​ສຶກ​ສາ. ອັດຕາ​ສ່ວນ​ຂອງ​ບັນດາ​ປະ ເທດ​ທີ່​ນຳ​ໃຊ້​ກົນ​ໄກ​ງົບປະມານ​ເພື່ອ​ສະໜັບສະໜູນ​ກຸ່ມ​ຄົນ​ທີ່​ດ້ອຍ​ໂອກາດ​ໃນ​ການ​ສຶກ​ສາ​ຂັ້ນ​ປະຖົມ ແລະ ມັດທະຍົມ ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 4 ເທົ່າ ໃນ 25 ປີ​ທີ່​ຜ່ານ​ມາ. ຕົວຢ່າງ: 76% ຂອງ​ປະເທດ ​ຕ່າງໆ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ນະໂຍ ບາຍ​ເພື່ອ​ຈັດ​ສັນ​ຊັບພະຍາກອນ​ໃຫ້​ແກ່​ໂຮງຮຽນ​ທີ່​ດ້ອຍ​ໂອກາດ. ຢ່າງໃດ​ກໍ​ຕາມ, ມີ​ພຽງ​ແຕ່ 8% ເທົ່າ​ນັ້ນ​ທີ່​ນຳ​ໃຊ້​ກົນ​ໄກ​ເຫຼົ່າ​ນີ້​ຢ່າງ​ມີ​ປະສິດທິພາບ, ເພື່ອ​ແຈກ​ຢາຍ​ຊັບພະຍາກອນ​ດ້ານ​ການ​ສຶກ​ສາ​ໃຫ້​ແກ່​ກຸ່ມ​ທີ່​ດ້ອຍ​ໂອກາດ ບົດ​ລາຍ​ງານ​ເນັ້ນ​ໜັກ​ວ່າ: ບໍ່​ມີ​ນະໂຍບາຍ​ໃດ​ພຽງ​ນະໂຍບາຍ​ດຽວ​ທີ່​ສາມາດ​ແກ້​ໄຂ​ບັນຫາ​ການ​ຖືກ​ກີດ​ກັນ​ທາງ​ການ​ສຶກ​ສາ​ ໄດ້​ຢ່າງ​ສິ້ນ​ເຊີງ. ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ມີ​ການ​ອອກ​ແບບ​ ນະໂຍບາຍ​ທີ່​ເໝາະ​ສົມ​ກັບ​ສະພາບ​ການ ແລະ ສິ່ງ​ທ້າ​ທາຍ​ຂອງ​ແຕ່​ລະ​ຂົງເຂດ. ໂດຍ​ສຳລັບ​ໃນ​ບາງ​ປະເທດ, ມີ​ຫຼາຍ​ມາດ​ຕະການ​ເຊັ່ນ: ການ​ເຮັດ​ໃຫ້ການ​ສຶກ​ສາ​ເປັນ​ພາກ​ບັງຄັບ​ແທນ​ການ​ໃຫ້​ຮຽນ​ໂດຍ​ເສຍ​ເງິນ, ການ​ບັງຄັບ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ແຮງງານ​ເດັກ, ການ​ຂະຫຍາຍ​ການ​ເຂົ້າ​ເຖິງ​ໄຟຟ້າ ແລະ ການ​ສະໜອງ​ໂຄງການ​ອາຫານ​ທ່ຽງ​ໃນ​ໂຮງຮຽນ, ລ້ວນ​ແຕ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ໄລຍະ​ເວລາ​ທີ່​ເດັກນ້ອຍ​ໄດ້​ຢູ່​ໃນ​ລະບົບ​ການ​ສຶກ​ສາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ