ຣັດເຊຍ ຈະຢຸດສົ່ງອອກນ້ຳມັນແອັດຊັງ ເລີ່ມແຕ່ເດືອນເມສານີ້ເປັນຕົ້ນໄປ
ເວລາອອກຂ່າວ: 2026-04-01 09:50:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ: ![]()
ສຳນັກຂ່າວ ທາດ ລາຍງານໃນວັນທີ 29 ມີນານີ້ວ່າ: ທ່ານ ອາເລັກຊັນເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍໄດ້ ອອກຄຳສັ່ງໃຫ້ກະຊວງພະລັງ ງານຣັດເຊຍ ຮ່າງມະຕິຕົກລົງ ຂອງລັດຖະບານສະບັບໜຶ່ງ, ວ່າດ້ວຍການຫ້າມສົ່ງອອກນ້ຳມັນແອັດຊັງອອກນອກປະເທດ ເຊິ່ງຈະມີຜົນທັນທີເລີ່ມແຕ່ວັນທີ 1 ເມສາ 2026 ເປັນຕົ້ນໄປ.
ອີງຕາມຖະແຫຼງການສະບັບໜຶ່ງທີ່ລັດຖະບານ ຣັດເຊຍ ປະກາດໃນມື້ດຽວກັນ, ທ່ານ ໂນວັກ ຢືນຢັນວ່າ: ວິກິດການທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງເຮັດໃຫ້ລາຄານ້ຳມັນເຊື້ອໄຟໃນທົ່ວໂລກມີການເໜັງຕີງຢ່າງຮຸນແຮງ, ມາດຕະການດັ່ງກ່າວມີຈຸດປະສົງເພື່ອເຮັດໃຫ້ລາຄາສິນຄ້າພາຍໃນປະເທດຣັດເຊຍໝັ້ນທ່ຽງ ແລະ ຮັບປະກັນການຕອບສະໜອງຄວາມຕ້ອງການນ້ຳມັນເຊື້ອໄຟຢູ່ຕະຫຼາດພາຍໃນເປັນບູລິມະສິດ.ແນ່ນອນການທີ່ຣັດເຊຍ ຈະຢຸດສົ່ງນ້ຳອອກ ຄາດວ່າຈະສົ່ງຜົນກະທົບຕໍ່ລະບົບນ້ຳມັນໂລກ ແລະ ອາດຈະເຮັດໃຫ້ລາຄານ້ຳມັນສູງຂຶ້ນກວ່າເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















