ທີມມະຫາວິທະຍາໄລລາວ ເສຍໃຫ້ ມະຫາວິທະຍາໄລຍາຈາງ 0-2 ການແຂ່ງຂັນບານເຕະຊາຍ ມະຫາວິທະຍາໄລສາກົນ ຄັ້ງທີ II ທີ່ຫວຽດນາມ
ເວລາອອກຂ່າວ: 2026-03-31 10:02:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ: ![]()
ການແຂ່ງຂັນເຕະບານຊາຍ ມະຫາວິທະຍາໄລສາກົນ ຄັ້ງທີ II ຫຼື Thaco Cup 2026 ມີ 6 ທີມເຂົ້າຮ່ວມ ແບ່ງອອກເປັນສອງກຸ່ມ, ກຸ່ມລະ 3 ທີມ ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ເຂົ້າຮອບຮອງຊະນະເລີດຕໍ່ໄປ ແຂ່ງຂັນທີ່ມະຫາວິທະຍາໄລ ຍາຈາງ ແຂວງແຄວ່ງຮົວ ປະເທດຫວຽດນາມ ລະຫວ່າງ 28 ມີນາ 2026-5 ເມສາ 2026 ນີ້.
ເຊິ່ງວ່າໃນທ້າຍເດືອນມີນາ ນີ້, ນັດທີ 1 ຂອງກຸ່ມ A ມະຫາວິທະຍາໄລ ຍາຈາງ ເຈົ້າພາບ ເອົາຊະນະ ມະຫາວິທະຍາໄລລາວ 2-0 ປະຕູ.
ຄະນະນັກກິລານັກສຶກສາມະຫາວິທະຍາໄລລາວຊຸດນີ້ ມີທັງໝົດ 29 ຄົນ, ຄະນະນຳ 6 ທ່ານ ແລະ ນັກກິລາ 23 ຄົນ ທີ່ຄັດມາຈາກມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລ ຈຳປາສັກ ແລະ ວິທະຍາໄລພາກເອກະຊົນ ໂດຍໄດ້ເກັບຕົວເຝິກຊ້ອມຢ່າງຂຸ້ນຂ້ຽວເປັນເວລາ 2 ອາທິດ ພາຍໃຕ້ການຄຸມທີມຂອງ ທ່ານ ອຳໄພວັນ ຈັນທະລາວົງ ຄູເຝິກສະໂມສອນ ນ້ຳທາ ຢູໄນເຕັດ ທີມໃນລີກສູງສຸດຂອງລາວ ກັບມາຊ່ວຍທີມອີກຄັ້ງ ພາຍຫຼັງພາທີມຄວ້າອັນດັບສອງໃນຄັ້ງຜ່ານມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















