ການປະທະກັນຢູ່ພາກພື້ນ ຕາເວັນອອກກາງຍັງຄົງສືບຕໍ່
ເວລາອອກຂ່າວ: 2026-03-31 09:56:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 85 | ຄວາມນິຍົມ: ![]()
ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 29 ມີນາ 2026ນີ້ວ່າ: ທ່ານອັນໂຕນີໂອ ກູເຕີເລັດ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ການປະທະກັນໃນພາກພື້ນຕາເວັນອອກກາງທີ່ຍືດເຍື້ອມາເປັນເວລາຫຼາຍກວ່າ 3 ອາທິດນັ້ນ “ບໍ່ສາມາດຄວບຄຸມໄດ້ແລ້ວ” ແລະ ກຳລັງເຮັດໃຫ້ໂລກໄປສູ່ຄວາມສ່ຽງທີ່ຈະເກີດສົງຄາມຂະໜາດໃຫຍ່ກວ່າເກົ່າ, ມີຄວາມຫຍຸ້ງຍາກດ້ານມະນຸດສະທຳຮ້າຍແຮງກວ່າເກົ່າ ແລະສ້າງຜົນກະທົບຕໍ່ເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ່າເກົ່າ.
ທ່ານເນັ້ນໜັກວ່າ: ອົງການສະຫະປະຊາຊາດກຳລັງສຸມຄວາມພະຍາຍາມຫຼຸດຜ່ອນຜົນກະທົບທີ່ເກີດຈາກການປະທະກັນ, ແຕ່ “ວິທີທີ່ດີໃນການສຸດທີ່ຫຼຸດຜ່ອນຜົນຮ້າຍເຫຼົ່ານີ້ແມ່ນການຍຸດຕິສົງຄາມໃນທັນທີ”.ທ່ານຮຽກຮ້ອງໃຫ້ແກ້ໄຂວິກິດການໃນປັດຈຸບັນໂດຍຜ່ານທາງການທູດ,ເຄົາລົບກົດໝາຍສາກົຢ່າງຮອບດ້ານ ແລະ ແກ້ໄຂບັນ ຫາໂດຍສັນຕິວິທີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















