ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ອັນ​ດັບ​ນັກ​ສະນຸກ​ເກີ​ໂລກ​ຫຼ້າ​ສຸດ​ ແລະ 12 ນັກ​ກິລາ ໄດ້​ສິດ​ເຂົ້າ​ຮ່ວມ Tour Championship 2026
ເວລາອອກຂ່າວ: 2026-03-30 09:38:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ພາຍຫຼັງ​ຈົບ​ການ​ແຂ່ງຂັນ​ລາຍການ​ໃຫຍ່ World Open 2026 ໃນ​ທ້າຍ​ອາທິດ​ຜ່ານ​ມາ, ເທບ​ໄຊ​ຍາ ອຸນ​ໜູ ນັກ​ສະນຸກ​ເກີ​ ສີມື​ດີ​ຈາກ​ປະເທດໄທ ກາຍເປັນ​ນັກ​ສະນຸກ​ເກີ​ຄົນ​ທຳ​ອິດ​ຂອງ​ອາ​ຊຽນ ໄດ້​ແຊັມ​ລາຍການ​ນີ້ ດ້ວຍ​ການ​ຊະນະ ຣອນ​ນີ້ ໂອ​ຊຸນ​ລີ​ແວນ ແຊັມ​ໂລກ 7 ສະໄໝ ອະດີດ​ມື 1 ຂອງ​ໂລກ ຈາກ​ອັງກິດ 10-7 ເຟຣມ. ຈາກ​ຜົນງານ​ດັ່ງກ່າວ ເຮັດ​ໃຫ້ ເທບ​ໄຊ​ຍາ ອຸນ​ໜູ ຫຼື ເອ​​ັຟ ນະຄອນ​ນາຍ​ຍົກ (F1) ຈາກ​ໄທ ອັນ​ດັບ​ໂລກ​ຫຍັບ​ຂຶ້ນ 17 ອັນ​ດັບ ມາ​ຢູ່​ທີ 22 ຂອງ​ໂລກ ມີ 346.600 ຄະແນນ ແຕ່​ຍັງ​ບໍ່​ແມ່ນ​ອັນ​ດັບ​ດີ​ສຸດ​ຂອງ F1 ເພາະ​ເຄີຍ​ຂຶ້ນ​ອັນ​ດັບ 15 ຂອງ​ໂລກ ໃນ​ເດືອນ​ຕຸລາ ປີ 2020. ເທບ​ໄຊ​ຍາ ຕິດ​ອັນ​ດັບ 9 ຂອງ​ໂລກ ທີ່​ສະ​ສົມ​ເງິນ​ລາງວັນ​ໄດ້​ຫຼາຍ​ສຸດ​ໃນ​ລະດູ​ການ​ນີ້ ຄວ້າ​ສິດ​ໄປ​ແຂ່ງຂັນ​ລາຍການ Tour Championship ປີ​ນີ້. ຂະນະ​ທີ່ ຣອນ​ນີ້ ໂອ​ຊຸນ​ລີ​ແວນ ອັນ​ດັບ​ໂລກ​ຫຍັບ​ຂຶ້ນ 2 ອັນ​ດັບ ມາ​ຢູ່​ທີ 10 ຂອງ​ໂລກ ມີ 631.250 ຄະແນນ, ຣອນ​ນີ້ ຕິດ​ອັນ​ດັບ 1-12 ຂອງ​ໂລກ ທີ່​ສະ​ສົມ​ເງິນ​ລາງວັນ​ສູງ​ສຸດ​ໃນ​ລະດູ​ການ​ນີ້ ແຕ່​ຂໍ​ພັກຜ່ອນ​ຖອນ​ຕົວ​ຮ່ວມ​ລາຍການ Tour Championship 2026. ສ່ວນ ອັນ​ດັບ 1-8 ຂອງ​ໂລກ ຍັງ​ຄົງ​ທີ່: ທີ 1 ຈັດ​ທຣຳ ຈາກ​ອັງກິດ ມີ ຄະແນນ, ທີ 2 ຄີ​ແຣນ ວິວ​ສັນ ເພື່ອນ​ຮ່ວມ​ຊາດ ມີ ຄະແນນ, ທີ 3 ນຽວ ໂຣ​ເບີດ​ສັນ ຈາກ​ອົດ​ສະ​ຕຣາ​ລີ ມີ ຄະແນນ, ທີ 4 ມາກ ວິນ​ລ້ຽມສ໌ ຈາກ​ເວວ, ທີ 5 ຈ້າວ​ຊິນ​ທົງ ຈາກ​ຈີນ, ທີ 6 ຈອນ ຮິກ​ກິ້ນ ຈາກ​ສະ​ກັອດ​ແລນ, ທີ 7 ມາກ ເຊວ​ບີ້ ຈາກ​ອັງກິດ ແລະ ທີ 8 ຊອນ ເມີ​ຟີ້ ຈາກ​ອັງກິດ. ສຳລັບ ນັກ​ສະນຸກ​ເກີ​ທີ່​ສະ​ສົມ​ເງິນ​ລາງວັນ​ຕິດ​ອັນ​ດັບ 1-12 ລະດູ​ການ​ນີ້ ປະກອບ​ມີ: ນຽວ ໂຣ​ເບີດ​ສັນ, ຈ້າວ​ຊິນ​ທົງ, ມາກ ເຊວ​ບີ້, ຊອນ ເມີ​ຟີ້, ຈັດ​ທຣຳ, ມາກ ວິນ​ລ້ຽມສ໌, ຫວູ​ອີ້​ເຈີ, ແບ​ຣີ້ ຮໍ​ກິ້ນ, ເທບ​ໄຊ​ຍາ ອຸນ​ໜູ, ຄຣິ​​ສ ວາ​ເຄລິນ, ຈອນ ຮິກ​ກິ້ນ ແລະ ມາກ ອາວ​ເລນ ເຊິ່ງ​ເຂົ້າ​ມາ​ແທນ ຣອນ​ນີ້ ທີ່​ຂໍ​ຖອນ​ຕົວ. ສຳລັບ ສະນຸກ​ເກີ​ລະດັບ​ໂລກ Tour Championship 2026 ຈະ​ແຂ່ງຂັນ​ລະຫວ່າງ​ວັນ​ທີ 30 ມີນາ-5 ເມສາ​ນີ້ ທີ່​ເມືອງ​ແມນ​ເຊ​​ັສ​ເຕີ ປະເທດ​ອັງກິດ/ຊີງ​ເງິນ​ລາງວັນ​ລວມ 500.000 ປອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ