AFC ປະກາດປ່ຽນຮູບແບບການຄັດເລືອກ ເຕະບານຍິງ U-17 ປີ ຊີງແຊັມອາຊີ, ອາຊຽນ ໄດ້ 4 ໂຄຕ້າ ເລີ່ມປີ 2028
ເວລາອອກຂ່າວ: 2026-03-30 09:37:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ: ![]()
ເມື່ອບໍ່ດົນມານີ້ ສະຫະພັນບານເຕະອາຊີ ຫຼື AFC ໄດ້ປະກາດປ່ຽນຮູບແບບການຄັດເລືອກ ເຕະບານຍິງ U-17 ປີ ຊິງແຊ້ມອາຊີ (AFC U-17 Women's Asian Cup) ໂດຍແບ່ງໃຫ້ໂຄຕ້າແຕ່ລະພາກພື້ນເຊັ່ນ: ອາຊຽນ ໄດ້ 4 ໂຄຕ້າ, ອາຊີຕາເວັນອອກ ໄດ້ 4 ໂຄຕ້າ, ອາຊີກາງ ໄດ້ 1 ໂຄຕ້າ, ອາຊີໃຕ້ ໄດ້ 1 ໂຄຕ້າ, ອາຊີຕາເວັນຕົກ ໄດ້ 1 ໂຄຕ້າ, ເຈົ້າພາບ ໄດ້ 1 ໂຄຕ້າ
ຮອບສຸດທ້າຍມີທັງໝົດ 12 ທີມ ໂດຍຈະເລີ່ມຈັດຕັ້ງປະຕິບັດໃນການແຂ່ງຂັນປີ 2028 ຄັດເລືອກໃນປີ 2027. ສຳລັບ ທີມຍິງ U-17 ປີ ທີມຊາດລາວ ເຄີຍຜ່ານການຄັດເລືອກເຂົ້າຮ່ວມແຂ່ງຂັນໃນຮອບສຸດທ້າຍມາແລ້ວ 1 ຄັ້ງ ໃນປີ 2017. ຄັ້ງຫຼ້າສຸດປີ 2026 ບໍ່ໄດ້ຮ່ວມຄັດເລືອກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















