ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ໂມ​ຮາ​ເໝັດ ຊາ​ລ້າ ປະກາດ​ອຳ​ລາ ລີ​ເວີ​ພູ​​ລ ຫຼັງ​ຈົບ​ລະດູ​ການ​ນີ້ ປິດ​ສາກ 9 ປີ ໃນ​ຖິ່ນ​ແອນ​ຟິວ
ເວລາອອກຂ່າວ: 2026-03-30 09:37:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໂມ ຊາ​ລ້າ ຕັດສິນ​ໃຈ​ແຈ້ງ​ຕໍ່​ຕົ້ນ​ສັງກັດ ແລະ ແຟນ​ບານ​ໂດຍ​ໄວ ເພື່ອ​ໃຫ້​ສະໂມສອນ ມີ​ເວລາ​ໃນ​ການ​ຊອກ​ຫາ​ຕົວ​ແທນ ກ່ອນ​ຈະ​ເລີ່ມ​ລະດູ​ການ​ໃໝ່. ຊາ​ລ້າ ກ່າວ​ວ່າ: “ ມັນຍາກ​ທີ່​ຈະ​ອະທິບາຍ​ເຖິງ​ຄວາມ​ຜູກ​ພັນ​ຢ່າງ​ເລິກເຊິ່ງ​ກັບ​ສະໂມສອນ​ແຫ່ງ​ນີ້, ເມືອງ​ແຫ່ງ​ນີ້ ທຸກ​ຄົນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີວິດ ໂມ​ຮາ​ເໝັດ ຊາ​ລ້າ ຍ້າຍ​ຈາກ ໂຣ​ມ້າ ມາ​ຢູ່​ກັບ ລີ​ເວີ​ພູ​​ລ ໃນ​ປີ 2017 ສ້າງ​ສະຖິຕິ​​ກັບ​ທີມ ລວມ​ທັງ​ໃນ​ລາຍການ​ໃຫຍ່​ລະດັບ​ປະເທດ ແລະ ລະດັບ​ທະວີບ ຮັບ​ໃຊ້​ທີມ​ທັງ​ໝົດ 435 ນັດ ຍິງ 255 ປະຕູ 122 ແອ​​ັສ​ຊິ​​ສ, ຊ່ວຍ​ທີມ​ໄດ້​ແຊັມ​ພຣີ​ເມຍ​ລີກ 2 ສະໄໝ, ເອ​​ັຟ​ເອ​ຄັບ, ລີກ​ຄັບ, FA Community Shield, ຢູ​ຟາແຊັມ​ປຽນ​ລີກ, ຢູ​ຟາ ຊຸບ​ເປີ​ຄັບ ແລະ ແຊັມ​ສະໂມສອນ​ໂລກ ຢ່າງ​ລະ​ໜຶ່ງ​ສະໄໝ. ນອກຈາກ​ນີ້, ຍັງ​ໄດ້​ລາງວັນ​ນັກ​ເຕະ​ດີເດັ່ນ​ຂອງ​ສະມາຄົມ​ນັກ​ເຕະບານ​ອາຊີບ​ອັງກິດ ຫຼື PFA 3 ລະດູ​ການ, ດາວ​ຍິງ​ສູງ​ສຸດ​ຂອງ ພຣີ​ເມຍ​ລີກ 4 ລະດູ​ການ ແລະ ລາງວັນ​ອື່ນໆ​ອີກ​ຫຼາກ​ຫຼາຍ ພ້ອມ​ສ້າງ​ສະຖິຕິ​ເປັນ​ນັກ​ເຕະ​ຈາກ​ອາ​ຟຣິ​ກາ​ທີ່​ຍິງ​ປະຕູ​ຫຼາຍ​ສຸດ​ໃນ ຢູ​ຟາແຊັມ​ປຽນ​ລີກ ລວມ 50 ປະຕູ ແລະ ຍິງ​ຫຼາຍ​ສຸດ​ໃນ ພຣີ​ເມຍ​ລີກ ລວມ 191 ປະຕູ. ສ່ວນ​ສະໂມສອນ​ຕໍ່​ໄປ​ທີ່ ຊາ​ລ້າ ຈະ​ໄປ​ຮ່ວມ​ທັບ ແມ່ນ​ມີ​ຫຼາຍ​ຕົວ​ເລືອກ ເມື່ອ​ມີ​ຫຼາຍ​ທີມ​ໃຫ້​ຄວາມ​ສົນໃຈ ທັງ​ໃນ ຊາ​ອຸ​ດິ​ອາ​ຣາ​ບີ, ເມ​ເຈີ​ລີກ ຊັອກ​ເກີ ອາ​ເມ​ຣິ​ກາ, ລວມ​ທັງຫຼາຍ​ທີມ​ຊັ້ນ​ນຳ​ໃນ​ເອີ​ຣົບ​ເຊັ່ນ: ປາ​ຣີ ແຊັງ​ແຊກ​ແມັງ, ອິນ​ເຕີ ມິ​ລານ, ບາ​​ຣ​ເຊ​ໂລ​ນ້າ ແລະ ທີມ​ອື່ນໆ. ສຳລັບ ຕົວ​ແທນ​ຂອງ ຊາ​ລ້າ ທີ່​ລີ​ເວີ​ພູ​​ລ ເລັງ​ໄວ້ ປະກອບ​ມີ: ໄມ​ເຄິນ ໂອ​ລີ​ເຊ່ ປີກ​ທີມ​ຊາດ​ຝຣັ່ງ​ຂອງ ບາ​ເຢິນ ມິວ​ນິກ, ຈາ​ຣັອດ ໂບ​ເວັ້ນ ຂອງ​ເວ​​ັສ​ແຮມ ຢູໄນເຕສ, ເດ​ຊີ​ເຣ ດູ​ເອ້ ຂອງ​ປາ​ຣີ ແຊັງ​ແຊກ​ແມັງ, ແອນ​ໂທ​ນີ້ ກໍ​ດອນ ຂອງ​ ນິວ​ຄາວ​ເຊິນ, ຫຼື ອາດ​ປັ້ນ ດາວ​ເດັ່ນ ຣີ​ໂອ ເອັນ​ກູ​ມີ​ຮາ ມາ​ແທນ​ທີ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ