ກວດພົບການສໍ້ລາດບັງຫຼວງຕ້ອງເດັດຂາດໃນການໃຊ້ວິໄນທາງການເງິນ
ເວລາອອກຂ່າວ: 2026-03-30 09:20:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ: ![]()
ອີງຕາມບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້, ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ
ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ທ່ານ ພັນເອກ ນາງ ພວງທອງ ສຸຍະວົງ ສສຊ ເຂດທີ 8 ແຂວງຫົວພັນ ມີຄຳເຫັນຕໍ່ບົດລາຍງານດັ່ງກ່າວວ່າ:
ບັນຫາທີໜຶ່ງ: ວຽກງານກວດກາລັດ ຄວນຈະເນັ້ນການກວດກາໃຫ້ເຂົ້າສູ່ລວງເລິກ, ກວດກາຂົງເຂດສຳຄັນ ແລະ ຂົງເຂດທີ່ມີຄວາມສ່ຽງ ໂດຍສະເພາະບັນດາ ໂຄງການລົງທຶນຂອງລັດຂະໜາດໃຫຍ່ຢູ່ໃນຂົງເຂດຕ່າງໆ, ການຈັດຕັ້ງປະຕິບັດແຜນ ການເງິນ ແລະ ງົບປະມານ ອັນນີ້ແມ່ນສຳຄັນຫຼາຍ, ພວກເຮົາ
ຕ້ອງໄດ້ມີການຄຸ້ມຄອງລາຍຮັບ-ລາຍຈ່າຍ ໂດຍຫັນເຂົ້າສູ່ການປະຕິບັດ “ວິໄນການເງິນ” ຢ່າງ ເຂັ້ມງວດ ແລະ ເປັນລະບົບໂດຍສະເພາະໂຄງການລົງທຶນຂອງລັດ ຕ້ອງເປັນໂຄງການບູລິມະສິດ ທີ່ຈະ ສ້າງຜົນຕອບແທນທາງເສດຖະກິດ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງແທ້ຈິງ.
ບັນຫາທີສອງ: ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ນອກນັ້ນຈາກການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການແລ້ວ ເຫັນວ່າການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມແມ່ນມີຄວາມສຳຄັນຫຼາຍຈະຊ່ວຍເພີ່ມປະສິດທິພາບ ວຽກງານກວດກາລັດ ໃຫ້ເຂັ້ມແຂງ, ມີຈຸດສຸມຫຼາຍຂຶ້ນ, ເພີ່ມຄວາມໂປ່ງໃສ ແລະ ຄວາມເຊື່ອໝັ້ນຂອງສັງຄົມ ກໍ່ຄື ປະຊາຊົນຕໍ່ວຽກງານຄຸ້ມຄອງບໍລິຫານລັດ.
ຕໍ່ກັບວຽກງານກວດສອບແຫ່ງລັດ: ໃນ 5 ປີຕໍ່ໜ້າ ອົງການກວດສອບແຫ່ງລັດ ໄດ້ວາງຄາດໝາຍ ສູ້ຊົນໃຫ້ບັນລຸໄດ້ເຖິງ 80% ຂອງຈຳນວນບັນຫາທີ່ກວດພົບໃນແຕ່ລະປີ, ເຊິ່ງເຫັນວ່າເປັນຄາດໝາຍທີ່ສູງ ແລະ ທ້າທາຍຫຼາຍ.
ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ນັ້ນ, ເປັນໄປໄດ້ບໍທີ່ພວກເຮົາ ຈະຍົກເອົາວຽກງານການ ແກ້ໄຂບັນຫາ ຜົນການກວດສອບເປັນບູລິມະສິດ ແລະ ຖືເອົາບັນຫາດັ່ງກ່າວເປັນຂໍ້ແຂ່ງຂັນໜຶ່ງຂອງທຸກຂະແໜງການ ເພື່ອໃຫ້ ການແກ້ໄຂຜົນການກວດສອບໃຫ້ໄດ້ຫຼາຍຂຶ້ນ ແລະ ການລະເມີດວິໄນການເງິນ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ແລະ ບັນຫາສຸດທ້າຍ, ບັນຫາທີ່ສຳຄັນຫຼາຍຕິດພັນກັບທັງສອງອົງການ ແມ່ນການຍົກລະດັບຄວາມຮູ້ ຄວາມສາມາດດ້ານວິຊາສະເພາະໃຫ້ແກ່ ບຸກຄະລາກອນທີ່ເຮັດວຽກກວດກາ-ກວດສອບແຫ່ງລັດ ລວມໄປເຖິງ ທັກສະດ້ານເຕັກໂນໂລຊີ ດີຈີຕອນ ຫຼື ປັນຍາປະດິດ AI ເພື່ອໃຫ້ຮູ້ທັນສະພາບການ ແລະ ໝູນໃຊ້ເຂົ້າໃນວຽກງານຂອງຕົນໄດ້ ຢ່າງມີປະສິດທິພາບ. ພ້ອມນັ້ນ, ສະເໜີໃຫ້ທຸກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຄວາມຮ່ວມມືກັບ ສອງອົງ
ການດັ່ງກ່າວ ໃນການສະໜອງຂໍ້ມູນ ເພື່ອຮັບປະກັນໃຫ້ຜູ້ທີ່ເຮັດວຽກງານກວດກາ-ກວດສອບ ປະຕິບັດໜ້າທີ່ສຳເລັດຕາມ ເປົ້າໝາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















