ເມສຊີ ຍິງປະຕູທີ 900 ໃນອາຊີບ ແຕ່ຕົ້ນສັງກັດຕົກຮອບ 16 ທີມສຸດທ້າຍ ຄອນຄາເຄບ ແຊັມປຽນ ຄັບ 2026
ເວລາອອກຂ່າວ: 2026-03-27 15:04:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ: ![]()
ລີໂອເນວ ເມັດຊີ ກັບຕັນທີມຊາດ ອາກຊັງຕິນ ແລະ ສະໂມສອນ ອິນເຕີ ໄມອາມີ້ ທີມດັງໃນລີກສູງສຸດຂອງອາເມຣິກາ ຍິງໜຶ່ງປະຕູນັດຫຼ້າສຸດ ນັດທີ່ຕົ້ນສັງກັດເປີດບ້ານສະເໝີກັບ ແນັດວິວ ເອັດຊີ ເພື່ອນຮ່ວມລີກ 1-1 ປະຕູ ລວມຜົນສອງນັດສະເໝີກັນ 1-1 ອິນເຕີ ໄມອາມີ້ ຕົກຮອບ.
ຢ່າງໃດກໍຕາມ ການຍິງປະຕູຂອງ ເມັດຊີ ໃນນັດນີ້ ກາຍເປັນສະຖິຕິຍິງປະຕູທີ 900 ປະຕູ ໃນອາຊີບ ໃນນີ້ ກັບສະໂມສອນ 785 ປະຕູ ແລະ ກັບ ທີມຊາດ 115 ປະຕູ. ຍິງປະຕູກັບ ບາເຊໂລນ້າ 672 ປະຕູ ຈາກ 778 ນັດ, 32 ປະຕູ ຈາກ 75 ນັດ ກັບ ປາຣີ ແຊັງແຊກແມັງ, 81 ປະຕູ ຈາກ 93 ນັດ ກັບ ອິນເຕີ ໄມອາມີ້, ກັບ ທີມຊາດອາກຊັງຕິນ 115 ປະຕູ ຈາກ 196 ນັດ.
ເຊິ່ງ 900 ປະຕູ ເມັດຊີ ຍິງ 755 ປະຕູຈາກ ການຍິງດ້ວຍຕີນຊ້າຍຂ້າງຖະໜັດ, 111 ປະຕູ ດ້ວຍຕີນຂວາ, 30 ປະຕູ ຍິງດ້ວຍການໃຊ້ຫົວ ແລະ 4 ປະຕູຈາກຈຸດອື່ນຂອງຮ່າງກາຍ.
ໃນນີ້, 724 ປະຕູ ຍິງໃນກອບເຂດໂທດ ແລະ 176 ປະຕູ ຍິງນອກກອບເຂດໂທດ ໂດຍຍິງປະຕູຈາກການສັງຫານຈຸດໂທດ 112 ຄັ້ງ ແລະ ຍິງປະຕູຈາກຈັງຫວະຟີຄິກ 70 ຄັ້ງ.
ທີມທີ່ ເມັດຊີ ຍິງປະຕູໃສ່ຫຼາຍສຸດແມ່ນ ເຊບີຢ້າ ລວມ 25 ປະຕູ, ຮອງລົງມາ ບິວເບົາ 24 ປະຕູ, ແອັດມາດຣິດ 23 ປະຕູ, ບາເລັນເຊຍ 18 ປະຕູ ແລະ ຣຽວ ມາດຣິດ 17 ປະຕູ.
ເມັດຊີ ອາຍຸ 38 ປີ ກາຍເປັນນັກເຕະຍຸກໃໝ່ຄົນທີ 2 ຂອງໂລກ ຍິງໄດ້ຫຼັກ 900 ປະຕູ ຕໍ່ຈາກ ຄິດເຕຍໂນ້ ໂຣນາວໂດ້ ຫົວໜ້າທີມຊາດ ປັອກຕຸຍການ ປັດຈຸບັນ ໂດ້ ອາຍຸ 41 ປີ ຍິງໄດ້ 959 ປະຕູ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















