ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ນັກ​ສະນຸກ​ເກີ ທີມ​ຊາດ​ລາວ ຜ່ານ​ຮອບ​ທຳ​ອິດ ລາຍການ ສະນຸກເກີ 6 ແດງ ໂອເຟັນ 2026 ທີ່​ນະຄອນ​ຣາ​ຊະ​ສີມາ ປະເທດ​ໄທ
ເວລາອອກຂ່າວ: 2026-03-26 09:16:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ພອນ​ສະຫວັນ ຊາ​ພັກດີ ຫຼື ຄອນ​ຫວັນ ອັດ​ຕະ​ປື ອອກ​ຄິວ​ສົມ​ລາຄາ ຫຼຽນ​ເງິນ ປະເພດ​ທີມ ຊີເກມ ຄັ້ງ​ທີ 33 ທີ່​ປະເທດ​ໄທ ອອກ​ຄິວ​ໄດ້​ຢ່າງ​ແມ້ນ​ຢຳ ເອົາ​ຊະນະ ແຂກ ສະລະ​ບູ​ລີ ນັກ​ກິລາ​ມື​ດີ ຈາກ​ເຈົ້າພາບ ໄທ 4:0 ເຟຣມ ພ້ອມ​ທັງ​ຮັບ​ລາງວັນ​ພິເສດ​ເຂົ້າ​ເບຣກ​ສູງ​ສຸດ ໝົດ​ໂຕະ ຮັບ​ເງິນ​ລາງວັນ 2.000 ບາດ. ທາງ​ດ້ານ ອາ​ນຸ​ລຸດ ຂຸນ​ປັນຍາ ເອົາ​ຊະນະ ເມນ All in 4:0 ເຟຣມ. ຂະນະ​ທີ່ ປັງ​ປອນ ຕີ​ເລັກ ຊະນະ ບິກ ບວນ​ມົງ​ຄົນ 4:2 ເຟຣມ, ສ່ວນ ສຸລິຍາ ມີນາ​ລາ​ວົງ ຫາ​ກໍ​ຫາຍ​ປ່ວຍ​ກັບ​ມາ ເສຍ​ໃຫ້ ບອນ ກຸບ​ກິບ 3:4 ເຟຣມ ຕົກ​ຮອບ​ຢ່າງ​ໜ້າ​ເສຍດາຍ, ບີ​ໂລ ​ສປ​ປ ລາວ ເສຍ​ໃຫ້ ກ໋ອດ ພິດ​ລັກ ​ມທສ 0:4 ເຟຣມ. ທ່ານ ລິ​ຄິດ ອິນ​ທະ​ວົງ ຮັກສາ​ການ​ປະທານ​ສະຫະພັນ​ກິລາ​ບີນລຽດ-ສະນຸກ​ເກີ ແຫ່ງ​ຊາດ​ລາວ ໃຫ້​ສຳພາດ​ວ່າ: ຈຸດປະສົງ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ ເພື່ອ​ໃຫ້​ນັກ​ກິລາ​ໄດ້​ທົດ​ສອບ​ສີມື​ຢ່າງ​ຕໍ່​ເນື່ອງ ເພື່ອ​ກຽມ​ຄວາມ​ພ້ອມ​ຮັບ​ໃຊ້​ຊາດ​ງານ​ແຂ່ງຂັນ​ລະດັບ​ຕ່າງໆ ໂດຍ​ສະເພາະ ເອ​ຊຽນ​ອິນ​ດໍ​ເກມ ໃນ​ທ້າຍ​ປີ​ນີ້ ແລະ ຊີເກມ ຄັ້ງ​ທີ 34 ທີ່​ປະເທດ​ມາ​ເລ​ເຊຍ​ໃນ​ປີໜ້າ, ຕັ້ງ​ຄວາມ​ຫວັງ​ຕ້ອງ​ຍາດ​ຫຼຽນ​ຄຳ​ມາ​ໃຫ້​ໄດ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ