ແຜນການ 5 ປີ ຄັ້ງທີ X ເປັນການສືບຕໍ່ພັດທະນາປະເທດ ຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ຢ່າງມີຄຸນນະພາບ
ເວລາອອກຂ່າວ: 2026-03-26 09:08:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ: ![]()
ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ
ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ສະເໜີທິດທາງແຜນພັດ
ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງແຜນ ການ 5 ປີ ຄັ້ງທີ X ນີ້ ເປັນແຜນສືບຕໍ່ພັດທະນາປະເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລຽນ, ພ້ອມທັງ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງ ສປຊ, ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງ ສະບັບທີ 3, ວິໄສທັດ ຮອດປີ 2055 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2026-2035) ພາຍໃຕ້ຄຳຂວັນ “ຍົກສູງຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ນຳໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ ”.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານກ່ຽວກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍລັດຖະບານ ໄດ້ກຳນົດ 7 ທິດທາງລວມ ຄື: ຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນ
ລະບຽບຮຽບຮ້ອຍ ບົນພື້ນຖານການຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ; ສືບຕໍ່ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການ
ເງິນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຫຼຸດຜ່ອນໜີ້ສິນສາທາລະນະເທື່ອລະກ້າວ, ບໍ່ສ້າງໜີ້ໃໝ່ທີ່ບໍ່ຈຳເປັນ; ດຳເນີນການຄຸ້ມຄອງ-ບໍລິຫານເສດຖະກິດ ໃຫ້ໄປຕາມກົດໝາຍ, ລະບຽບຫຼັກການ ແລະ ສອດຄ່ອງກັບກົນໄກຕະຫຼາດ ທີ່ມີການການດັດສົມ ແລະ ຄຸ້ມຄອງຂອງລັດ, ພັດທະນາເສດຖະກິດໃຫ້ຂະຫຍາຍຕົວໄວ, ຕໍ່ເນື່ອງ, ເຂັ້ມແຂງ ແລະ ໜັກແໜ້ນ ດ້ວຍຄຸນນະພາບສູງ ແລະ ເປັນເຈົ້າຕົນເອງ ນັບມື້ນັບສູງຂຶ້ນ; ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ຖັນແຖວນັກຮຽນຮູ້-ປັນຍາຊົນ ໃຫ້ສາມາດຕອບສະໜອງໃຫ້ແກ່ການສ້າງສາພັດທະນາປະເທດໃນເງື່ອນໄຂໃໝ່, ສາມາດປະກອບສ່ວນເຂົ້າໃນການຄົ້ນຄ້ວາ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫຼື ການປະດິດສ້າງໃໝ່ ແລະ ປັນຍາປະດິດ (AI) ໃຫ້ນັບມື້ນັບຫຼາຍ ແລະ ໂດດເດັ່ນຂຶ້ນ; ສົ່ງເສີມວັດທະນະທຳທີ່ເປັນເອກະລັກ ແລະ ມູນເຊື້ອດີງາມຂອງຊາດໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະ ຫຍາຍ; ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ
ພັດທະນາ ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ, ປັບປຸງ ແລະ ກໍ່ສ້າງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເພື່ອຫຼຸດຜ່ອນຄວາມແຕກໂຕນຂອງການພັດທະນາ; ພັດທະນາເສດຖະກິດ-ສັງຄົມ ໄປພ້ອມກັບການປົກປັກຮັກສາສິ່ງແວດລ້ອມ ຢ່າງສົມສ່ວນຕາມທິດສີຂຽວ ແລະ ຍືນຍົງ; ເຄື່ອນໄຫວວຽກງານການຕ່າງປະ ເທດຢ່າງເປັນເຈົ້າການ ແລະ ຕັ້ງໜ້າໜ້າກວ່າເກົ່າ; ໄດ້ຮັບຄວາມເຊື່ອໝັ້ນ, ການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເພື່ອນມິດ, ມີບົດບາດພົ້ນເດັ່ນສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ຍົກສູງປະສິດທິພາບ ປະສິດທິຜົນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງ ລັດທີ່ປົກຄອງດ້ວຍກົດໝາຍ.
ໂດຍ: ອານຸສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















