ເອີຣົບຮຽກຮ້ອງໃຫ້ ຢູຟາ ປ່ຽນກົດລະບຽບໃໝ່ ໃຫ້ທີມຈາກລີກດຽວກັນ ສາມາດພົບກັນໄດ້ໃນຮອບເກັບຄະແນນ ຢູຟາ ແຊັມປຽນລີກ
ເວລາອອກຂ່າວ: 2026-03-25 09:26:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ: ![]()
ຫຼາຍສື່ໃນເອີຣົບເຜີຍຂ່າວວ່າ: ບັນດາສະໂມສອນບານເຕະໃນທະວີບເອີຣົບ ໄດ້ພ້ອມກັນຮຽກຮ້ອງໃຫ້ ສະຫະພັນບານເຕະເອີຣົບ ຫຼື ຢູຟາ ປ່ຽນລະບຽບໃໝ່ ໃຫ້ສະໂມສອນຈາກລີກດຽວກັນ ສາມາດພົບກັນໄດ້ໃນການແຂ່ງຂັນຮອບເກັບຄະແນນ (League phase) ລາຍການ ຢູຟາ ແຊັມປຽນລີກ.
ຕັ້ງແຕ່ ຢູຟາ ປ່ຽນຮູບແບບໃໝ່ ຢູຟາ ແຊັມປຽນລີກ ໃນລະດູການ 2024-25 ຈາກມີ 32 ທີມ ແບ່ງເປັນຮອບແບ່ງກຸ່ມ ແລະ ເພີ່ມທີມຫຼາຍຂຶ້ນມາເປັນ 48 ທີມ ແຂ່ງຂັນແບບເກັບຄະແນນ (League phase) ແລະ ເພີ່ມນັດແຂ່ງຂັນຈາກ 6 ນັດ ເປັນ 8 ໃນຮອບເກັບຄະແນນ ແຕ່ຢູຟາວາງກົດ ບໍ່ໃຫ້ທີມຈາກລີກດຽວກັນພົບກັນ ແຕ່ສາມາດພົບກັນໄດ້ໃນຮອບນັອກເອົ້າ.
ຫຼາຍທີມຮູ້ສຶກວ່າເສຍປຽບ ໂດຍສະເພາະການຈົກສະຫຼາກ ຄ້າຍຄືກັບຖືກບີບໃຫ້ພົບກັບທີມອັງກິດ ຫຼື ລີກ ແອັດສະປາຍ ທັງທີ່ຕ້ອງພົບກັບທີມທີ່ອາດບໍ່ໄດ້ເດີນທາງໄກ ຫຼື ເບົາກວ່າທີມຈາກອັງກິດ ຫຼື ແອັດສະປາຍ ໃນມຸມມອງກົງກັນຂ້າມ ທີມຈາກລີກດຽວກັນ ກໍບໍ່ຢາກພົບກັນ, ຂະນະນີ້ ຍັງປ່ຽນແປງແບບກະທັນຫັນບໍ່ໄດ້ ເພາະບັນຫານີ້ ໄດ້ມີການຖົກຖຽງກັນ ແລະ ປະຊາມະຕິກັນມາແລ້ວ, ແຕ່ໃນທາງປະຕິບັດຕົວຈິງກໍຕ້ອງໄດ້ຄົ້ນຄວ້າ ແລະ ປະເມີນຄືນຕື່ມ ເພື່ອເຮັດໃຫ້ການແຂ່ງຂັນອອກມາຢ່າງຍຸດຕິທຳສຸດໆ.
ປັດຈຸບັນ ລີກອັງກິດ ເປັນໄປໄດ້ສູງທີ່ຈະໄດ້ເພີ່ມອີກ 1 ໂຄຕ້າ ເປັນ 5 ໂຄຕ້າ ໃນແຊັມປຽນລີກລະດູການໜ້າ ເພາະມີຄະແນນສູງ ຫຼັງຈົບຮອບ 16 ທີມສຸດທ້າຍ 3 ຂັນຂອງທະວີບ ແລະ ສະໂມສອນຈາກອັງກິດ ໜ້າຈະໄດ້ເປັນທີມວາງໂຖທີ 1 ບໍ່ຫຼຸດ 3 ທີມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















