ນວ ວາງມາດຕະການຕິດຕາມປ້ຳນ້ຳມັນເຊື້ອໄຟ ຫາກພົບເຫັນປ້ຳທີ່ເຈດຕະນາປິດບໍລິການ ຈະຖືກປັບໄໝຕາມລະບຽບການ
ເວລາອອກຂ່າວ: 2026-03-24 09:06:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ: ![]()
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ວາງມາດຕະການ ກວດກາພາກສະໜາມເພື່ອປ້ອງກັນການກັກຕຸນນ້ຳມັນ ຈາກການຕິດຕາມຕົວຈິງ ໃນຈຳນວນປ້ຳທັງໝົດ 255 ແຫ່ງທົ່ວນະຄອນຫຼວງວຽງຈັນ ພົບປ້ຳໃດທີ່ມີນ້ຳມັນແຕ່ເຈດ ຕະນາປິດບໍລິການ ຫຼື ກັກຕຸນຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ ປັບໄໝຕາມລະບຽບການຢ່າງເຂັ້ມງວດ.
ທ່ານນາງ ທັດດາວອນ ສີກະເສີມຄ່ຽມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ ນວ) ໃຫ້ສຳພາດໃນວັນທີ 20 ມີນາ 2026 ທີ່ ອຄ ນວ ກ່ຽວກັບສະພາບການສະໜອງນ້ຳມັນເຊື້ອໄຟທີ່ພົບຄວາມຫຍຸ້ງຍາກໃນປັດຈຸບັນບາງຕອນວ່າ ຍ້ອນສະພາບການບໍ່ສະຫງົບໃນພາກພື້ນຕາ
ເວັນອອກກາງໄດ້ສົ່ງຜົນກະທົບໂດຍກົງຕໍ່ການນຳເຂົ້ານ້ຳມັນປັດໄຈສຳຄັນທີ່ເຮັດໃຫ້ນ້ຳມັນບໍ່ພຽງພໍເນື່ອງປະລິມານນຳເຂົ້າຈຳກັດ ການນຳເຂົ້າໃນແຕ່ລະວັນມີຄວາມບໍ່ສະໝ່ຳສະເໝີ ການຂົນສົ່ງຊັກຊ້າ ບໍ່ສາມາດສົ່ງນ້ຳມັນໄດ້ຕະຫຼອດ 24 ຊົ່ວໂມງເຮັດ ໃຫ້ນ້ຳມັນໄປຮອດປ້ຳຊ້າກວ່າກຳນົດ ຄວາມຕ້ອງການເພີ່ມຂຶ້ນ ຍ້ອນລາຄານ້ຳມັນປັບຕົວສູງຂຶ້ນເຮັດໃຫ້ປະຊາຊົນໄປຕື່ມນ້ຳມັນພ້ອມກັນຫຼາຍໆຄົນ ແລະ ມີການກັກຕຸນຈົນເຮັດໃຫ້ນ້ຳມັນໝົດໄວ ພ້ອມນີ້ກຳລັງການຊື້ຂອງປ້ຳບາງ
ປ້ຳຫຼຸດປະລິມານການສັ່ງຊື້ລົງຍ້ອນລາຄາຕົ້ນທຶນທີ່ສູງຫຼາຍ.
ຕໍ່ກັບບັນຫາດັ່ງກ່າວພະແນກ ນວ ໄດ້ວາງມາດຕະການແກ້ໄຂ ແລະ ການຄຸ້ມຄອງເພື່ອແກ້ໄຂບັນຫາດັ່ງກ່າວ ເຊິ່ງໄດ້ຜັນຂະ ຫຍາຍແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ຈາກ ນັ້ນກໍໄດ້ວາງ 3 ນິຕິກຳສຳຄັນເຊັ່ນ
ມອບໃຫ້ຫ້ອງການ ອຄ 9 ຕົວເມືອງ ສ້າງແຜນຕິດຕາມກວດກາ ແລະ ລາຍງານສະພາບຕົວຈິງ ອອກແຈ້ງການເຖິງເຈົ້າຂອງປ້ຳນ້ຳມັນທຸກພາກສ່ວນກ່ຽວກັບການບໍລິ ການຂາຍຍ່ອຍແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາພາກສະໜາມເພື່ອປ້ອງກັນການກັກຕຸນນ້ຳມັນ ຈາກການຕິດຕາມຕົວຈິງ ໃນຈຳນວນປ້ຳທັງໝົດ 255 ແຫ່ງທົ່ວນະຄອນຫຼວງວຽງຈັນ ມີປ້ຳທີ່ເປີດບໍລິການໄດ້ໃນບາງມີພຽງ 100 ກວ່າປ້ຳ ເພື່ອເຮັດປະຊາຊົນຮູ້ຂໍ້ມູນບັນດາປ້ຳນ້ຳມັນທີ່ເປີດໃຫ້ບໍລິການທາງພະ ແນກໄດ້ມີການເຜີຍແຜ່ຕາຕະລາງການປິດ-ເປີດປ້ຳນ້ຳມັນ ຜ່ານທາງເຟສບຸກເພຈ (Facebook Page) ຂອງພະແນກ ອຄ. ນວ ເພື່ອໃຫ້ປະຊາຊົນສາມາດກວດສອບໄດ້.
ໂອກາດນີ້ທ່ານຍັງໄດ້ຢ້ຳເຕືອນວ່າ ຫາກກວດພົບປ້ຳໃດທີ່ມີນ້ຳມັນແຕ່ເຈດຕະນາປິດບໍລິການ ຫຼື ກັກຕຸນຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ ປັບໄໝຕາມລະບຽບການຢ່າງເຂັ້ມງວດ ພ້ອມທັງຮຽກຮ້ອງໃຫ້ສັງຄົມມີສະຕິ ບໍ່ໃຫ້ຕື່ນຕົກໃຈເກີນເຫດ ແລະ ໝັ້ນໃຈວ່າພາກສ່ວນກ່ຽວຂ້ອງພະຍາຍາມປະສານງານກັບຜູ້ນຳເຂົ້ານ້ຳມັນເພື່ອສະໜອງໃຫ້ສະພາບການກັບຄືນສູ່ປົກກະຕິໂດຍໄວ ພ້ອມນັ້ນກໍຮຽກຮ້ອງມາປະຊາຊົນຈົ່ງພ້ອມກັນປະຢັດນ້ຳມັນ ງົດການໄປທ່ຽວທາງໄກທີ່ຕ້ອງໃຊ້ນ້ຳມັນຫຼາຍ ແລະ ບໍ່ກັກຕູນນ້ຳເພື່ອຂາຍເກນກຳໄລຕາມລຳພັງໃຈ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















