ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

FIFA ບໍ່​ອະນຸຍາດ​ໃຫ້ ທີມ​ຊາດ​ອີ​ຣານ ຍ້າຍ​ໄປ​ແຂ່ງຂັນ​ ຢູ່ເເມັກ​ຊິກ​ ໃນເຕະບານ​ໂລກ 2026
ເວລາອອກຂ່າວ: 2026-03-23 09:43:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ເມື່ອ​ບໍ່​ດົນ​ມາ​ນີ້ ອາ​ໝັດ ດອນ​ຢາ​ມາລີ ລັດຖະມົນຕີ​ກະຊວງ​ກິລາ ແລະ ໄວ​ໜຸ່ມ​ຂອງ​ອີ​ຣານ ໄດ້​ກ່າວ​ວ່າ: ທີມ​ຊາດ​ອີ​ຣານ ຈະ​ຖອນ​ຕົວ​ຮ່ວມ​ການ​ແຂ່ງຂັນ​ເຕະບານ​ຊາຍ ຊີງ​ແຊັມ​ໂລກ 2026 ທີ່​ສະຫະລັດ ອາ​ເມ​ຣິ​ກາ, ກາ​ນາ​ດາ ແລະ ເມັກ​ຊິກ ເປັນ​ເຈົ້າພາບ ໃນ​ກາງ​ປີ​ນີ້ ເນື່ອງ​ຈາກ​ກັງວົນ​ຄວາມ​ບໍ່​ປອດ​ໄພ ຍ້ອນ​ສະຖານະ​ການ​ສົງຄາມ​ທີ່​ເກີດ​ຂຶ້ນ​ໃນ​ຕາເວັນ​ອອກ​ກາງ​ໃນ​ປັດຈຸບັນ. ຢ່າງໃດ​ກໍ​ຕາມ ອີ​ຣານ ຍັງ​ຫາ​ວິທີ​ເຈລະຈາ​ຕໍ່​ລອງ​ກັບ ສະຫະພັນ​ບານເຕະ​ນາໆຊາດ FIFA (ຟີ​ຟ້າ) ເພື່ອ​ໃຫ້​ໄດ້​ແຂ່ງຂັນ​ດ້ວຍ​ຄວາມ​ປອດ​ໄພ ໂດຍ​ສະເໜີ​ຟີ​ຟ້າ ຂໍ​ຍ້າຍ​ນັດ​ແຂ່ງຂັນ​ຂອງ​ຕົນ​ຈາກ​ຢູ່ ອາ​ເມ​ຣິ​ກາ ໄປ​ເຕະ​ຢູ່ ເມັກ​ຊິກ ແຕ່ ຟີ​ຟ້າ ບໍ່​ອະນຸຍາດ. ຕາມ​ກຳນົດ​ຕາຕະລາງ​ແຂ່ງຂັນ​ໃນ​ທ້າຍ​ປີ 2025 ຜ່ານ​ມາ, ບານ​ໂລກ 2026 ອີ​ຣານ ຈັບ​ສະຫຼາກ​ຢູ່​ກຸ່ມ G ຮ່ວມ​ກັບ ທີມ​ຊາດ​ແບນ​ຊິກ, ເອ​ຢິບ ແລະ ນູ​ແວນ​ ເຊ​ລັງ ໂດຍ​ທັງ​ສາມ​ນັດ​ໃນ​ກຸ່ມ​ນີ້ ແມ່ນ​ແຂ່ງ​ທີ່ ​ລັອສ ແອັງ​ເຈວ​ລິ​​ສ ແລະ ຊີ​ແອັດ​ເທິນ ສະຫະລັດ ອາ​ເມ​ຣິ​ກາ. ຂະນະ​ນີ້ ເຫຼືອ​ເວລາ​ບໍ່​ເຖິງ 100 ວັນ ບານ​ໂລກ 2026 ຈະ​ເປີດ​ສາກ​ ຂຶ້ນ​ແລ້ວ ແຕ່​ບັນຫາ​ສົງຄາມ ຂໍ້​ຂັດ​ແຍ່ງ​ລະຫວ່າງ ອີ​ຣານ ກັບ ສະຫະລັດ ອາ​ເມ​ຣິ​ກາ ແລະ ອິດ​ສະ​ຣາ​ແອນ ຍັງ​ບໍ່​ຮູ້​ວ່າ​ຈະ​ສິ້ນ​ສຸດ​ມື້​ໃດ ແລະ ຈະ​ໃຊ້​ເວລາ​ປົວແປງ​ຟື້ນ​ຟູ​ອີກ​ດົນ​ສ່ຳ​ໃດ, ຖ້າ ອີ​ຣານ ຖອນ​ຕົວ​ເທື່ອ​ນີ້ ສະຫະພັນ​ບານເຕະ​ນາໆ ຊາດ ຈະ​ແກ້​ໄຂ​ບັນຫາ​ນີ້​ແນວໃດ ໂດຍ​ສະເພາະການ​ຫາ​ທີມ​ມາ​ແທນ​ທີ່ອີ​ຣານ, ຖ້າ​ຕາມ​ກົດ​ລະບຽບ ຂໍ້​ບັງຄັບ 6,7 ຂອງ​ຟີ​ຟ້າ ທີ່​ລະບຸ​ໄວ້ ແມ່ນ​ຈະ​ໃຫ້​ສິດ​ກັບ​ທີມ​ ທີ່​ມີ​ອັນ​ດັບ​ດີ​ຂອງ​ທະວີບ​ຮອງ​ຈາກ​ບັນດາ​ທີມ​ທີ່​ຜ່ານ​ການ​ຄັດ​ເລືອກ​ແລ້ວ ເຊິ່ງ​ປັດຈຸບັນ​ແມ່ນ ອີ​ຣັກ ແລະ ສະຫະລັດ ອາ​ຣັບ ເອ​ມີ​ເຣດ (UAE), ໂດຍ ອີ​ຣັກ ກຳລັງ​ຈະ​ເພ​​ອັອ​ຟລະ​ດັບ​ທະວີບ, ສ່ວນ UAE ຕົກ​ຮອບ​ເພ​​ອັອຟ​ຂອງ​ອາຊີ ແລະ ມີ​ອັນ​ດັບ​ຮອງ​ຈາກ​ອີ​ຣັກ. ກໍລະນີ​ນີ້ ຖ້າ ອີ​ຣັກ ຕົກ​ຮອບ​ເພ​​ອັອຟ ໂຄ​ຕ້າ​ນີ້ ອາດ​ເປັນ​ຂອງ UAE ທີ່​ມີ​ອັນ​ດັບ​ໂລກ​ສູງ​ສຸດ​ຂອງ​ບັນດາ​ທີມ​ທີ່​ຍັງ​ບໍ່​ເຂົ້າ​ຮອບ​ສຸດ​ທ້າຍ ຫຼື ຖ້າ ອີ​ຣານ ຖອນ​ຕົວ​ແບບ​ກະທັນຫັນ​ພາຍ​ໃນ 30 ວັນ ກ່ອນ​ການ​ແຂ່ງຂັນ ຟີ​ຟ້າ ອາດ​ເລືອກ​ໃຫ້​ກຸ່ມ G ມີ​ພຽງ 3 ທີມ ເພື່ອ​ຫຼີກ​ລ່ຽງ​ບັນຫາ​ການ​ຈັດການ​ດ້ານ​ວີ​ຊ້າ ແລະ ການ​ກຽມພ້ອມ​ວຽກ​ງານ​ອື່ນ​ທີ່​ກ່ຽວຂ້ອງ. ການ​ຖອນ​ຕົວ​ຂອງ ອີ​ຣານ ຕ້ອງ​ແຈ້ງ ແລະ ຢືນຢັນ​ໃຫ້ ຟີ​ຟ້າ ຮັບ​ຮູ້​ຢ່າງ​ຊັດ​ເຈນ​ກ່ອນ​ການ​ແຂ່ງຂັນ​ໂດຍ​ໄວບໍ່​ດັ່ງນັ້ນຈະ​ຖືກ​ບົດ​ລົງໂທດ​ຕາມ​ກຳນົດ ເປັນຕົ້ນ ຖືກ​ປັບໄໝ 250.000-500.000 ຟຣັງ​ສະ​ວິ​​ສ ຂຶ້ນ​ກັບ​ໄລຍະ​ເວລາ​ຖອນ​ຕົວ ຫຼື ຖືກ​ລົງໂທດ​ຫ້າມ​ເຂົ້າ​ຮ່ວມ ບານ​ໂລກ ຄັ້ງ​ຕໍ່​ໄປ ສົ່ງ​ຜົນ​ກະທົບ​ໄລຍະ​ຍາວ​ຕໍ່​ສະຫະພັນ ແລະ ທີມ​ຊາດ, ນອກຈາກ​ນີ້ ອີ​ຣານ ຈະ​ຖືກ​ຍຶດ​ເງິນ​ກຽມ​ທີມ​ເຂົ້າ​ຮ່ວມ​ຄືນ ຈຳນວນ 1,5 ລ້ານ​ໂດ​ລາ​ສະຫະລັດ ແລະ ພາດ​ໂອກາດ​ໄດ້​ຮັບ​ເງິນ 9 ລ້ານ​ໂດ​ລາ ຈາກ​ການ​ຜ່ານ​ຮອບ​ຄັດ​ເລືອກ​ເຂົ້າ​ຮ່ວມ​ຮອບ​ສຸດ​ທ້າຍ. ສຳລັບ ບານ​ໂລກ 2026 ຮອບ​ສຸດ​ທ້າຍ ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ 48 ທີມ ຈະ​ແຂ່ງຂັນ​ວັນ​ທີ 11 ມິຖຸນາ-19 ກໍລະກົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ