21 ມີນາ ຍັງຝັງໃຈ
ເວລາອອກຂ່າວ: 2026-03-20 09:03:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1543 | ຄວາມນິຍົມ: ![]()
ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງປະລາໄຊ ແລະ ລາວເຮົາໄດ້ປະກາດເອກະລາດບໍ່ຂຶ້ນກັບຝຣັ່ງ ແລະ ຍີ່ປຸ່ນໃນວັນທີ 12 ຕຸລາ 1945 ແທນທີ່ປະຊາຊົນລາວພວກເຮົາຈະໄດ້ເປັນເຈົ້າຂອງປະເທດຊາດ ແລະ ໄດ້ມີໂອກາດສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນເອງ ໃນເມື່ອປະເທດຊາດ ໄດ້ຫຼຸດພົ້ນອອກຈາກແອກຄອບຄອງຂອງຕ່າງດ້າວແລ້ວ, ແຕ່ສະພາບການພັດບໍ່ເປັນໄປຄືແນວນັ້ນ. ພວກເຮົາໄດ້ມີສັນຕິພາບໃນໄລຍະເວລາພຽງ 4 ເດືອນກ່ວາເທົ່ານັ້ນ, ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບເຂົ້າມາຮຸກຮານລາວເຮົາອີກເປັນຄັ້ງທີສອງ.
ໃນບັ້ນຮົບອັນດຸເດືອດຄັ້ງໜຶ່ງນັ້ນ, ທີ່ເມືອງທ່າແຂກ ແຂວງຄຳມ່ວນ ສະເດັດເຈົ້າ ສຸພານຸວົງ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ທ່ານ ຫງວຽນແຈ້ງ ໄດ້ຈັດຕັ້ງກອງກຳລັງປະສົມປ້ອງກັນເມືອງທ່າແຂກຂຶ້ນ ເພື່ອຕ້ານຢັນກັບທະຫານຝຣັ່ງທີ່ໄດ້ບຸກຕີເອົາແຂວງສະຫວັນນະເຂດ ແລະ ມຸ່ງໜ້າຂຶ້ນມາຍັງເມືອງທ່າແຂກ. ວັນທີ 21 ມີນາ 1946 ເວລາ 4 ໂມງ 50 ນາທີ ພວກຝຣັ່ງໃຊ້ຍົນສະປິດຟາຍ 4 ລຳ ບິນຂຶ້ນຫວ່ານໃບປິວທີ່ມີລາຍເຊັນຜູ້ບັນຊາການທະຫານສູງສຸດຂອງຝຣັ່ງປະຈຳຢູ່ອິນດູຈີນ ເຊິ່ງມີເນື້ອໃນວ່າ ‘’ ໃຫ້ກອງກຳລັງປະກອບອາວຸດປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ ທາງ 3 ແຍກ ກິໂລແມັດທີ 4 ນາມະລາດ ໂດຍດ່ວນ ຖ້າບໍ່ປະຕິບັດພາຍໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນຈະຖືກດັບສູນ. ກອງກຳລັງຂອງ ສະເດັດເຈົ້າ ສຸພານຸວົງ ໄດ້ເດັດດ່ຽວບໍ່ຍອມຈຳນົນ ແລະ ສຽງປືນກໍແຕກຂຶ້ນໃນໄລຍະຕໍ່ມາພວກເຂົາໄດ້ນຳໃຊ້ທັງປືນໃຫຍ່ ແລະ ເຮືອບິນສູ້ຮົບເຂົ້າທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນລົ້ມຕາຍເປັນຈຳນວນຫຼວງຫຼາຍ, ຮອດເວລາ 12 ໂມງທ່ຽງຂອງວັນດຽວກັນ ເມື່ອເຫັນວ່າສະພາບການເຫຼັກຫຼາຍກ່ວາຖ່ານ ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ສະເດັດ ເຈົ້າສຸພານຸວົງ ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ ລຸງສຸພານຸວົງ ໂຕນໜີຂ້າມໄປນະຄອນພະນົມເພື່ອຫຼົບໄພເສຍກ່ອນ, ແຕ່ເພິ່ນຊ້ຳພັດບໍ່ຍອມໄປ ເພາະຕ້ອງລໍຟັງລາຍງານສະພາບການຈາກແນວຮົບ, ສະເດັດເຈົ້າສຸພານຸວົງ
ໄດ້ເວົ້າຂຶ້ນວ່າ ‘’ຈະໜີຈາກປະຊາຊົນໄດ້ຢ່າງໃດ ໃນເມື່ອເມືອງທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດຕູຢູ່’’ ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານ ແລະ ເດັດດ່ຽວຕໍ່ສູ້ຍອມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນ ຂອງລຸງ ສຸພານຸວົງຢ່າງແທ້ຈິງ.
ພາຍຫຼັງຈາກນັ້ນ, ເມື່ອສະພາບການບີບຮັດ ລຸງສຸພານຸວົງ ຈິ່ງໄດ້ຖອຍໜີຈາກເມືອງທ່າແຂກທາງເຮືອ ເພື່ອຂ້າມໄປຝັ່ງໄທ ແຕ່ກໍຖືກເຮືອບິນຂອງສັດຕູບິນຍິງທຳລາຍເຮັດໃຫ້ເພິ່ນຖືກບາດເຈັບ ກະສຸນລູກປືນຍິງຖືກໂຕເພິ່ນກະດູກຂ້າງຫັກ 3 ຊີກ ແລະ ທະຫານຄຸ້ມກັນເພິ່ນໄດ້ເສຍສະຫຼະຊີວິດເພື່ອກັ້ງບັງກະສຸນລູກປືນໃຫ້ເພິ່ນອີກ 2 ສະຫາຍ, ແຕ່ຖືວ່າໂຊກດີີ່ທີ່ເພິ່ນສາມາດຂ້າມໄປຝັ່ງນະຄອນພະນົມ ແລະ ຮັກສາຕົວຢູ່ທີ່ນັ້ນ. ສົງຄາມຮຸກຮານເມືອງທ່າແຂກ ໃນວັນທີ 21 ມີນາ1946 ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ສັງຫານປະຊາຊົນຊາວເມືອງທ່າແຂກຜູ້ບໍລິສຸດປະມານ 3.000 ຄົນເຊິ່ງໃນນັ້ນ 1/5 ແມ່ນເປັນເດັກນ້ອຍ, ສອງວັນຜ່ານໄປຊາກສົບກໍເລີ່ມເນົ່າໄຂ່ ແລະ ຟູຂຶ້ນທົ່ວໜ້ານ້ຳແມ່ນ້ຳຂອງ ສົ່ງກິ່ນເໝັນສະເອືອນໄປທົ່ວບໍລິເວນ, ວັນດັ່ງກ່າວ ຈິ່ງໄດ້ກາຍມາເປັນວັນຄຽດແຄ້ນຫາອັນປຽບບໍ່ໄດ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວເມືອງທ່າແຂກວິລະຊົນ ເຊິ່ງ ປະທານ ສຸພານຸວົງ ວິລະບູລຸດ ຜູ້ພິລະອາດຫານ ຈະຍັງຄົງຍືນຍົງຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















