ພັກປະຊາຊົນ ປະຕິວັດລາວ ມີອຸດົມການ ທາດແທ້ ແລະ ມູນເຊື້ອອັນດີງາມ
ເວລາອອກຂ່າວ: 2026-03-20 09:01:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1539 | ຄວາມນິຍົມ: ![]()
ພັກປະຊາຊົນປະຕິວັດລາວແມ່ນກອງນຳໜ້າທີ່ມີການຈັດຕັ້ງ ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນລາວ ຊາວຜູ້ອອກແຮງງານ ແລະ ຂອງຊາດລາວທັງໝົດ ນັບແຕ່ມື້ສ້າງຕັ້ງຂຶ້ນມາພັກປະຊາຊົນປະຕິວັດ
ລາວໄດ້ກຳນົດອຸດົມການ ທາດແທ້ຂອງຕົນຢ່າງຈະແຈ້ງ ແລະ ສ້າງໄດ້ມູນເຊືອອັນສະຫງ່າລາສີທີ່ສຸດ.
ທາງດ້ານອຸດົມການ ພັກປະຊາຊົນປະຕິວັດລາວໄດ້ກຳນົດອຸດົມການຂອງຕົນຢ່າງຈະແຈ້ງຄື ນຳພາປະຊາຊົນລາວດຳເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນເພື່ອນຳເອົາເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າປະເທດຊາດມາໃຫ້ແກ່ປະຊາຊົນ ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ ມາໃນສູ່ມື້ນີ້ ໄດ້ເສີມຂະຫຍາຍອຸດົມການຂອງຕົນໃຫ້ມີຄວາມສອດຄ່ອງຕື່ມອີກຄື ນຳພາປະຊາຊົນລາວປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມັ່ງຄັ້ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລເຊິ່ງລວມຄວາມແລ້ວກໍມີຄວາມໝາຍດຽວ
ກັນກັບສົງຄົມນິຍົມ.
ທາງດ້ານທາດແທ້ພັກປະຊາຊົນປະຕິວັດລາວ ແມ່ນຕົວແທນຂອງຊົນຊັ້ນກຳມະກອນ ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຊົນຊັ້ນກຳມະກອນ ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ.
ພັກປະຊາຊົນປະຕິວັດລາວຢຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແຫ່ງແນວຄິດ ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ເສີມຂະຫຍາຍລັດທິຮັກຊາດອັນແທ້ຈິງສົມທົບກັບລັດທິສາກົນອັນຜ່ອງໃສຂອງຊົນຊັ້ນກຳມະກອນ ຮັບເອົາສິ່ງຍອດຍິ່ງທາງດ້ານສະຕິປັນຍາອັນກ້າວໜ້າຂອງມວນມະນຸດເພື່ອກຳນົດແນວທາງ ແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ ຍົກສູງຄວາມສາມາດ ແລະ ຄຸນນະພາບການນຳພາຂອງພັກ ຕ້ານລະບອບຫຼາຍເຄົ້າ ຫຼາຍພັກ ຕ້ານລັດທິເອກະຊົນ ແລະ ລັດທິສວຍໃຊ້ໂອກາດໃນທຸກຮູບແບບ.
ກ່ຽວກັບມູນເຊື້ອພັກເຮົາມີຄວາມຈົງຮັກພັກດີ ແລະ ຢຶດໝັ້ນແນວຄິດທິດສະດີມາກ-ເລນິນ ແລະ ຢຶດໝັ້ນສົງຄົມນິຍົມ ບໍ່ຄຳພີຕາຍຕົວແຕ່ຫາກມີຄວາມເປັນເຈົ້າການປະດິດສ້າງ ໃນການໝູນໃຊ້ທິດສະດີເຂົ້າກັບຈຸດພິເສດຂອງປະເທດຊາດ ມີການສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳ ແລະ ປັບປຸງບູລະນະແນວທາງໃຫ້ສອດຄ່ອງ.
ພັກຢຶດໝັ້ນ ແລະ ປະຕິບັດຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກນັ້ນຄືຫຼັກການລວມສູນປະຊາທິປະໄຕ ເວລໃດກໍຖືສຳຄັນການເສີມຂະຫຍາຍຄວາມສາມັກຄີເປັນເອກະພາບບົນພື້ນຖານແນວທາງແຜນນະໂຍບາຍຂອງພັກ ພັກນຳພາບົນພື້ນຖານການແບ່ງວຽກ ແລະ ການມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນໃນໝູ່ຄະນະ ຖືສຳຄັນການເສີມຂະຫຍາຍປະຊາທິປະໄຕໄປຄຽງຄູ່ກັບການປະຕິບັດກົດລະບຽບຂອງພັກ ແລະ ການດຳເນີນຊີວິດການເມືອງ ຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນຊອກໃຫ້ເຫັນບັນຫາທີ່ອັດຕັນທ່ວງດຶງຕໍ່ກັບການພັດທະນາແຕ່ສູນກາງລົງຮອດທ້ອງຖິ່ນ ຕ້ານລັດ
ທິອາດຍາສິດ ເຈົ້າໂຄດ ແລະ ອານາທິປະໄຕພາຍໃນພັກ.
ພັກເຮົາເວລາໃດກໍຢຶດໝັ້ນທາດແທ້ຊົນຊັ້ນ ແລະ ມີຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ຂອງປະຊາຊົນ ຖືການສະໜັບສະໜູນຂອງປະຊາຊົນເປັນສິ່ງສຳຄັນຕັດສິນບົດບາດນຳພາ ແລະ ການກຳອຳນາດຂອງພັກ ຈາກນັ້ນ ຈຶ່ງມີຄວາມເປັນເຈົ້າການປັບປຸງແບບແຜນວິທີນຳພາຂອງພັກ ເຄື່ອນໄຫວຕິດແທດກັບປະຊາຊົນ ເຄົາລົບສິດເປັນເຈົ້າຂອງປະຊາຊົນ ເຮັດທຸກສິ່ງທຸກຢ່າງເພື່ອຄວາມຮັ່ງມີຜາສຸກຂອງປະຊາຊົນ ແລະ ຄວາມມັ່ງຄັ້ງເຂັ້ມແຂງຂອງປະເທດຊາດ.
ພັກເວລາໃດກໍເຊີດຊູລັກສະນະນຳໜ້າຂອງພັກ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ ຄວາມເດັດຂາດເຂັ້ມງວດໃນການກຳຈັດແກ້ໄຂປາກົດການຫຍໍ້ທໍ້ເຮັດໃຫ້ພັກເສື່ອມອິດທິພົນ ບົດບາດ ແລະ ຂາດຄວາມເຊື່ອໝັ້ນຈາກປະຊາຊົນ ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງຢູ່ສະເໝີ ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກໃຫ້ເປັນແບບຢ່າງນຳໜ້າ ເປັນກຳລັງແຮງສູ້ຮົບໃນຂົງເຂດວຽກງານທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານ ຖືຄວາມສາມາດເປັນສິ່ງສຳຄັນ ແລະ ຖືຄຸນນະພາບການເມືອງ ຄຸນສົມບັດສິນທຳປະຕິວັດເປັນສິ່ງຕັດສິນໃນການເລືອກເຟັ້ນ ແລະ ນຳໃຊ້ພະນັກງານ.
ໃນການເຄື່ອນໄຫວນຳພາຂອງຕົນນັ້ນ ພັກເຮົາເວລາໃດກໍຢຶດໝັ້ນຈິດໃຈຊາດ ເອກະລາດ ເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ
ເອງ ຕັ້ງໜ້າເສີມຂະຫຍາຍກຳລັງແຮງພາຍໃນຊາດສົມທົບກັບການພົວພັນຮ່ວມມືກັບພັກປະເທດເພື່ອນມິດຍຸດທະສາດ ແລະ ການຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອຈາກພາຍນອກສ້າງເປັນກຳລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















