ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ລົດ​ແກ້ວ ອິນ​ທະ​ກຸມມານ ນັກ​ແລ່ນ​ທີມ​ຊາດ​ລາວ ໄດ້​ແຊັມແລ່ນ ເພື່ອ​ສຸຂະພາບ, ມິດຕະພາບ ແລະ ການ​ກຸສົນ 2026
ເວລາອອກຂ່າວ: 2026-03-19 09:46:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ກ່ອນ​ໜ້າ​ນີ້ ລົດ​ແກ້ວ ຫາ​ກໍ​ທຳລາຍ​ສະຖິຕິ​ປະເທດ​ລາວ ແລ່ນ​ທົນ 21,1 ກິໂລແມັດ​ຍິງ ຫຼື ຮາ​​ຟ ມາ​ຣາ​ທອນ (Half Marathon) ລາຍການ ວຽງ​ຈັນ ຮາ​​ຟ ມາ​ຣາ​ທອນ ນາໆຊາດ 2026 ໃນ​ວັນ​ແມ່ຍິງ​ສາກົນ 8 ມີນາ​ຜ່ານ​ມາ ດ້ວຍ​ເວລາ 1 ຊົ່ວໂມງ 26 ນາທີ 6 ວິນາທີ ທຸບ​ສະຖິຕິ​ເກົ່າ​ຂອງ​ຕົນ​ເອງ 23 ວິນາທີ. ນີ້​ເປັນ​ແຊັມ​ລາຍການ​ທີ 6 ຂອງ ລົດ​ແກ້ວ ໃນ​ປີ​ນີ້ ຕໍ່​ຈາກ ວັງ​ວຽງ ຮາ​​ຟ ມາ​ຣາ​ທອນ 2026, Synesis Vientiane Half Marathon, ມິ​ນິ ມາ​ຣາ​ທອນ Run Together Save the Power, ແລ່ນ​ນາໆຊາດ ບູ​ຣີ​ຣຳ ມາ​ຣາ​ທອນ ແລະ ຂ່ອນ​ແກ່ນ ມາ​ຣາ​ທອນ ນາໆຊາດ ຢູ່​ປະເທດ​ໄທ ໂດຍ ລົດ​ແກ້ວ ລົງ​ແລ່ນ 21,1 ກິໂລແມັດ ລວມ​ທັງ ມິ​ນິ​ມາ​ຣາ​ທອນ ເພື່ອ​ສະເຫຼີມສະຫຼອງ ການ​ດຳເນີນ​ກິດຈະການ​ທາງ​ດ່ວນ ລາວ-ຈີນ ນະຄອນຫຼວງ​ວຽງ​ຈັນ ຫາ ວັງ​ວຽງ ຄົບຮອບ 5 ປີ ທີ່​ຈັດ​ຂຶ້ນ​ທ້າຍ​ປີ 2025. ລາຍການ​ຕໍ່​ໄປ ນ້ອງ ລົດ​ແກ້ວ ຈະ​ລົງ​ແຂ່ງຂັນ​ລາຍການ ສະຫວັນ ຟັນ​ເຟ​​ັສ 2026 ໃນ​ທ້າຍ​ອາທິດ​ນີ້ ທີ່​ແຂວງ​ສະຫວັນ​ນະ​ເຂດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ