ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ຄູ​ເຝິກທີມ​ຊາດ​ອີ​ຣັກ ຢາກ​ໃຫ້​ເລື່ອນ​ຮອບ​ເພລ​ອັອບ ບານ​ໂລກ 2026
ເວລາອອກຂ່າວ: 2026-03-18 09:45:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ:



ແກຣມ ອາ​​ຣ​ໂນ ຄູ​ເຝິກ​ຊາວ​ອົດ​ສະ​ຕຣາ​ລີ​ ຂອງ​ທີມ​ຊາດ​ອີ​ຣັກ ໃຫ້​ສຳພາດ​ວ່າ: ຕົນ​ເອງ​ຢາກ​ໃຫ້ ບານ​ໂລກ 2026 ຮອບ​ເພລ​ອັອບ ເລື່ອນ​ອອກ​ໄປ​ກ່ອນ ເນື່ອງ​ຈາກ​ຄວາມ​ບໍ່​ສະຫງົບ​ໃນ​ເຂດ​ຕາເວັນ​ອອກ​ກາງ​ຂະນະ​ນີ້ ສົ່ງ​ຜົນ​ກະທົບ​ຕໍ່​ການ​ກຽມ​ທີມ ແລະ ການ​ເດີນທາງ. ອາ​​ຣ​ໂນ ເຂົ້າ​ມາ​ຄຸມ​ທີມ​ຊາດ​ອີ​ຣັກ ໃນ​ເດືອນ​ພຶດສະພາ​ປີຜ່ານມາ ແລະ ກຳລັງ​ພາ​ທີມ​ລຸ້ນ​ໄປ​ບານ​ໂລກ​ຮອບ​ສຸດ​ທ້າຍ​ອີກ​ຄັ້ງ​ໃນ​ຮອບ 40 ປີ ຕໍ່​ຈາກ​ປີ 1986. ອີ​ຣັກ ໄດ້​ເຄິ່ງ​ໂຄ​ຕ້າ​ຂອງ​ທະວີບອາຊີ ໄປ​ເພລ​ອັອບ​ກັບ​ຜູ້​ຊະນະ​ຈາກ​ສອງ​ຂົງເຂດ​ຄື: ໂບ​ລີ​ວີ ຈາກ​ອາ​ເມ​ຣິ​ກາ​ໃຕ້ ແລະ ຊູ​ຣີ​ນາມ ຈາກ​ຄອນ​ຄາ​ເຄັບ ໂດຍ​ຈະ​ແຂ່ງຂັນ​ວັນ​ທີ 26 ມີນາ 2026 ນີ້ ທີມ​ໃດ​ຊະນະ ໄປ​ແຂ່ງຂັນ​ກັບ ອີ​ຣັກ ໃນວັນ​ທີ 31 ມີນາ 2026 ນີ້ ໂດຍ​ຮອບ​ເພ​ອັອບ​ທຸກ​ຄູ່​ແຂ່ງຂັນ​ທີ່​ປະເທດ​ແມັກ​ຊິກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ