ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ລົດ​ແກ້ວ ອິນ​ທະ​ກຸມມານ ນັກ​ແລ່ນ​ທີມ​ຊາດ​ລາວ ທຳລາຍ​ສະຖິຕິ​ປະເທດ​ລາວ ແລ່ນ​ທົນ 21,1 ກິໂລແມັດ​ຍິງ​ ຄວ້າ​ລາງວັນ​ຊະນະ​ເລີດ​ເປັນ​ລາຍການ​ທີ 5 ໃນ​ປີ 2026 ນີ້
ເວລາອອກຂ່າວ: 2026-03-16 09:53:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ລົດ​ແກ້ວ ທຳລາຍ​ສະຖິຕິ​ປະເທດ​ລາວ ແລ່ນ​ທົນ 21,1 ກິໂລແມັດ​ຍິງ ຫຼື ຫຼື ຮາ​​ຟ ມາ​ຣາ​ທອນ (Half Marathon) ລາຍການ ວຽງ​ຈັນ ຮາ​​ຟ ມາ​ຣາ​ທອນ ນາໆຊາດ 2026 ໃນ​ວັນ​ແມ່ຍິງ ທີ 8 ມີນາ​ຜ່ານ​ມາ ດ້ວຍ​ເວລາ 1 ຊົ່ວໂມງ 26 ນາທີ 6 ວິນາທີ ທຸບ​ສະຖິຕິ​ເກົ່າ​ຂອງ​ຕົນ​ເອງ ທີ່​ເຮັດ​ໄດ້​ໃນ​ປີຜ່ານມາ 1 ຊົ່ວໂມງ 26 ນາທີ 29 ວິນາທີ. ລົດ​ແກ້ວ ປ້ອງ​ກັນ​ແຊັມ​ໄດ້​ສຳເລັດ ຮັບ​ຂັນ​ແຊັມ, ຫຼຽນ​ລາງວັນ ແລະ ເງິນ​ລາງວັນ 8 ລ້ານ​ກີບ ພ້ອມ​ເງິນ​ໂບນ​​ັສ ອີກ 4 ລ້ານ​ກີບ ທີ່​ສາມາດ​ທຳລາຍ​ສະຖິຕິ​ປະເທດ​ລາວ. ກ່ອນ​ໜ້າ​ນີ້ ໜຶ່ງ​ອາທິດ ເມື່ອ​ວັນ​ທີ 1 ມີນາ 2026 ລົດ​ແກ້ວ ກໍ​ຊະນະ​ເລີດ ແລ່ນ ຮາ​​ຟ ມາ​ຣາ​ທອນ ລາຍການ ວັງ​ວຽງ ຮາ​​ຟ ມາ​ຣາ​ທອນ 2026, ລາຍການ Synesis Vientiane Half Marathon ຊິນ​ເນ​ສິ​​ສ ວຽງ​ຈັນ ແລ່ນ ເພື່ອ​ສຸຂະພາບ ວັນ​ທີ 28 ກຸມພາ 2026 ແລະ ງານ​ແລ່ນ ມິ​ນິ ມາ​ຣາ​ທອນ Run Together Save the Power ວັນ​ທີ 14 ກຸມພາ 2026 ໄລຍະ​ທາງ 10 ກິໂລແມັດ ແລະ ໃນ​ທ້າຍ​ປີຜ່ານມາ ຕໍ່​ມາ​ຫາ​ຕົ້ນ​ປີ​ນີ້ ລົດ​ແກ້ວ ກໍ​່ຄວ້າ​ແຊັມ ແລ່ນ​ມິ​ນິ​ມາ​ຣາ​ທອນ ເພື່ອ​ສະເຫຼີມສະຫຼອງ ການ​ດຳເນີນ​ກິດຈະການ​ທາງ​ດ່ວນ ລາວ-ຈີນ ນະຄອນຫຼວງ​ວຽງ​ຈັນ ຫາ ວັງ​ວຽງ ຄົບຮອບ 5 ປີ ເຊົ້າ​ວັນ​ທີ 20 ທັນວາ 2025, ປ້ອງ​ກັນ​ແຊັມ ແລ່ນ​ນາໆຊາດ ບູ​ຣີ​ຣຳ ມາ​ຣາ​ທອນ ທີ່​ຈັງຫວັດ​ບູ​ຣີ​ຣຳ ປະເທດ​ໄທ ແລະ ຂ່ອນ​ແກ່ນ ມາ​ຣາ​ທອນ ນາໆຊາດ (Khon Kaen International Marathon 2026) ໃນ​ວັນ​ທີ 11 ມັງກອນ​ຜ່ານ​ມາ ທີ່​ຂອນ​ແກ່ນ ປະເທດ​ໄທ ໂດຍ ລົດ​ແກ້ວ ລົງ​ແລ່ນ 21.1 ກິໂລແມັດ. ລາຍການ​ຕໍ່​ໄປ ນ້ອງ ລົດ​ແກ້ວ ຈະ​ລົງ​ແຂ່ງຂັນ​ລາຍການ ແລ່ນ ເພື່ອ​ສຸຂະພາບ, ມິດຕະພາບ ແລະ ການ​ກຸສົນ 2026 ໂຮງແຮມ​ແດນ​ສະຫວັນ ນ້ຳ​ງື່ມ ຣີ​ສອດ ໄລຍະ​ທາງ 7 ກິໂລແມັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ