ໂຮງຮຽມ ມສ ວຽງໄຊ ຫວນຄືນມູນເຊື້ອ ວັນແມ່ຍິງສົນກົນ ຄົບຮອບ 116 ປີ
ເວລາອອກຂ່າວ: 2026-03-06 15:07:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1040 | ຄວາມນິຍົມ: ![]()
ວັນທີ 5 ມີນາ 2026 ນີ້, ໂຮງຮຽນ ມສ ວຽງໄຊ, ແຂວງຫົວພັນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງວັນແມ່ນຍິງສາກົນ, ໂດຍການເປັນປະທານຂອງສະຫາຍ ວົງເພັດ ບຸນມະນີ ກຳມະການພັກແຂວງ ເລຂາພັກເມືອງວຽງໄຊ, ສະຫາຍ ນາງ ດຳ ສຸກວຽງຊຳ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ຜູ້ອຳນວຍການໂຮງຮຽນ ມສ ວຽງໄຊ, ຄູອານຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ດຳ ສຸກວຽງຊຳ ໄດ້ເລົ່າເຖິງປະຫວັດຄວາມເປັນມາ ເພື່ອຫວນຄືນມູນເຊື້ອ ວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 – 8 ມີນາ 2026) ໂດຍຍົກໃຫ້ເຫັນເນື້ອໃນຄວາມໝາຍ ຄວາມສໍາຄັນ ຂອງວັນແມ່ຍິງສາກົນ ເຊິ່ງໄດ້ກຳເນິດເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກໂຮງງານອຸດສາຫະກຳ ຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີ ໃຫ້ແກ່ພວກນາຍທຶນ ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຄ່າຈ້າງແຮງງານດ້ວຍລາຄາຖືກ ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ແມ່ຍິງຖືກດູຖູກໝິ່ນປະໝາດ, ຖືກຖືເປັນສິນຄ້າ, ເປັນເຄື່ອງຫຼີ້ນ, ຖືກທຸບຕີ, ຖືກຂົ່ມຂືນທຳສຳເລົາ, ຖືກໄລ່ອອກຈາກວຽກໃນເວລາຖືພາ, ເວລາເກີດລູກ, ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ ໂດຍທົ່ວໄປແລ້ວແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ລ້ວນແຕ່ເປັນຜູ້ດຸໝັ່ນຂະຫຍັນພຽນ ໃນການຫາລ້ຽງຄອບຄົວ ຕໍ່ໜ້າສະພາບການດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ ທວງໃຫ້ພວກນາຍທຶນ ຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ. ມາຮອດປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກ ໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດຂຶ້ນ ຢູ່ໂກເປນຮາກ ປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ, ຈາກ 17 ປະເທດເຂົ້າຮ່ວມ ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ່ 8 ມີນາ ຂອງທຸກໆ ປີ ເປັນວັນແມ່ຍິງສາກົນ ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນ ແລະ ໄດ້ຮັບການສະເຫຼີມສະຫຼອງຢູ່ໃນຫຼາຍປະເທດທົ່ວໂລກ. ທັງນີ້, ກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຊື່ອມຊຶມ ເຖິງມູນເຊື້ອການກຳເນີດວັນແມ່ຍິງສາກົນຢ່າງເລິກເຊິ່ງ. ຈາກນັ້ນ, ກໍຍັງມີການຈັດກິດຈະກຳເພື່ອສ້າງບັນຍາກາດ ແລະ ມອບໃບຍ້ອງຍໍແມ່ຍິງ 3 ດີ ໃຫ້ແກ່ສະມາຊິກແມ່ຍິງທີ່ມີຜົນງານດີເດັ່ນອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















