ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ສະຫະພັນແມ່ຍິງ ກອງພົນທີ 2 ສ້າງຂະບວນການກິລາ ຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 116 ປີ
ເວລາອອກຂ່າວ: 2026-03-06 10:53:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1066 | ຄວາມນິຍົມ:



ໃນວັນທີ 5 ມີນາ 2026 ນີ້, ສະຫະພັນແມ່ຍິງກອງພົນທີ 2 ໄດ້ສ້າງຂະບວນການກິລາ ເພື່ອຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 116 ປີ, ໂດຍການການເຂົ້າຮ່ວມຂອງສະຫາຍພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະພັກ-ຄະນະບັນຊາກົມ, ຄະນະຫ້ອງ, ພະແນກການ, ແຂກຖືກເຊີນ, ຕະຫຼອດຮອດເອືຶ້ອຍນ້ອງແມ່ຍິງທົ່ວກອງພົນທີ 2 ເຂົ້າຮ່ວມ. ການສ້າງຂະບວນການກິລາໃນຄັ້ງນີ້, ເພື່ອຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 116 ປີ ໃຫ້ມີຂະບວນການຟົດຟື້ນ, ກວ້າງຂວາງ, ທັງເປັນການຫັດແໜ້ນຄວາມສາມັກຄີ ລະຫວ່າງຄະນະພັກ-ຄະນະບັນຊາ ອົງການ, ກົມກອງ ແລະ ສະມາຊິກແມ່ຍິງເອື້ອຍນ້ອງແມ່ຍິງທົ່ວກອງພົນທີ 2 ໃຫ້ແໜ້ນແຟ້ນເລິກເຊິິ່ງ. ສໍາລັບກິລາທີ່ນໍາມາແຂ່ງຂັນ ປະກອບມີ: ກິລາບານເຕະບານ, ກິລາອົ້ມນໍ້າໃສ່ແກ້ວ, ກິລາຕີກ໋ອບໝາກເຂື່ອ ແລະ ກິລາຍ່າງສາມຂາ, ເຊິ່ງຕະຫຼອດໄລຍະການແຂ່ງຂັນ ໄດ້ສ້າງບັນຍາກາດເບີກບານມ່ວນຊື່ນເປັນຢ່າງດີ. ໂດຍ ຄຳຮັກ ໄຊວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ