ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ສະຫະພັນແມ່ຍິງຫ້ອງວ່າການກະຊວງປ້ອງກັນປະເທດສະຫຼຸບການປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2018-11-25 12:26:45 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 396 | ຄວາມນິຍົມ:



ວັນທີ 21 ພະຈິກ 2018 ນີ້, ສະຫະພັນແມ່ຍິງຫ້ອງວ່າການ ກະຊວງປ້ອງກັນປະເທດສະ ຫຼຸບຖອດຖອນບົດຮຽນການຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ, ໂດຍ ການເຂົ້າຮ່ວມເປັນປະທານ ຂອງທ່ານ ພົນຈັດຕະວາ ຄຳ ມ່ວນ ເລືອງວັນຫລ້າ ຮອງຫົວ ຫນ້າຫ້ອງວ່າການກະຊວງ, ມີ ຫ້ອງການແມ່ຍິງກອງທັບ, ຄະ ນະພັກ-ຄະນະບັນຊາ,ຫ້ອງການ, ກົມກອງຮາກຖານ, ບໍລິສັດລັດວິ ສາຫະກິດ ແລະ ສະມາຊິກເອື້ອຍ ນ້ອງແມ່ຍິງເຂົ້າຮ່ວມ. ພັນໂທ ນວນຈັນ ບຸດດາສີນ ຫົວຫນ້າພະແນກສະຫະພັນແມ່ ຍິງຫ້ອງການເມືອງຫ້ອງວ່າ ການກະຊວງໄດ້ຊີ້ໃຫ້ເຫັນວ່າ: ໂດຍຈັດຕັ້ງປະຕິບັດເນື້ອໃນຂໍ້ ແຂ່ງ 3 ດີທີ່ສູນກາງແມ່ຍິງລາວ ກໍຄືຫ້ອງການແມ່ຍິງກະຊວງ ປ້ອງກັນປະເທດວາງອອກ, ເຊິ່ງ ພະແນກສະຫະພັນແມ່ຍິງພວກ ເຮົາໄດ້ຖືສຳຄັນວຽກງານສຶກສາ ອົບຮົມການເມືອງນຳພາແນວ ຄິດເປັນສຳຄັນຕິດພັນແຫນ້ນກັບ ຫນ້າທີ່ການເມືອງຂອງຕົນຢ່າງ ແຂງແຮງ, ກະຕຸກຊຸກຍູ້ເອື້ອຍ ນ້ອງແມ່ຍິງຢູ່ບັນດາກົມກອງ ຮາກຖານທີ່ຂຶ້ນກັບປະຕິບັດຄາດ ຫມາຍສູ້ຊົນໃນການພັດທະນາຊີ ວິດການເມືອງຂອງຕົນຢ່າງຕໍ່ ເນື່ອງ ແລະ ປັບປຸງແບບແຜນ ວິທີເຮັດວຽກໃນການພັດທະນາ ທາງດ້ານຄວາມຮູ້ຄວາມສາ ມາດກາຍເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວ ດີໃຫ້ກວມອັດຕາສ່ວນສູງ, ເປັນ ເຈົ້າການປະກອບສວນໃນການ ຕ້ານ ແລະ ສະກັດກັ້ນປາກົດ ການຫຍໍ້ທໍ້ໃນຄອບຄົວໃຫ້ລຸດ ໜ້ອຍຖອຍລົງ, ພ້ອມນັ້ນຍັງໄດ້ ປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າ ຮ່ວມຂະບວນການຮັກຊາດ ແລະ ພັດທະນາຕິດພັນກັບການສ້າງ ກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ຍູ້ແຮງການສ້າງ ກອງປອດໃສ, ເຂັ້ມແຂງ, ຫນັກ ແຫນ້ນ, ກອງວັດທະນະທຳ-ນັກ ຮົບວັດທະນະທຳ, ເປັນເສນາທິ ການໃຫ້ແກ່ຄະນະພັກຂັ້ນເທິງ ໃນການເຕົ້າໂຮມຄວາມສາມັກຄີ ເອື້ອຍ-ນ້ອງແມ່ຍິງແຕ່ຂັ້ນເທິງ ລົງຮອດຮາກຖານໃນການຈັດ ຕັ້ງຜັນຂະຫຍາຍ 8 ແຜນງານ 29 ໂຄງການຂອງຫ້ອງການ ແມ່ຍິງກະຊວງປ້ອງກັນປະເທດ ແລະ 8 ແຜນງານ 18 ໂຄງການ ຂອງແມ່ຍິງຫ້ອງວ່າການກະ ຊວງລົງໃກ້ຊິດຕິດແທດກັບ ເງື່ອນໄຂສະພາບແວດລ້ອມຕົວ ຈິງ, ຜ່ານການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 3 ດີຕົວຈິງ ສາມາດຄັດເລືອກໄດ້ດັ່ງນີ້: ບຸກ ຄົນປະເພດ I ຈຳນວນ 234 ສະ ຫາຍ, ປະເພດ II ຈຳນວນ 56 ສະຫາຍ, ຫນ່ວຍ 3 ດີ ປະເພດ I ຈຳນວນ 12 ຫນ່ວຍ, ປະເພດ II ຈຳນວນ 2 ຫນ່ວຍ, ຄອບຄົວຕົວ ແບບມີຈຳນວນ 41 ຄອບຄົວ, ບຸກຄົນຕົວແບບຈຳນວນ 40 ສະຫາຍ, ກົມກອງນຳພາດີເດັ່ນ ປະເພດ I ຈຳນວນ 13 ກົມກອງ, ປະເພດ II ຈຳນວນ 2 ກົມກອງ. ໂອກາດດັ່ງກ່າວ, ທ່ານພົນ ຈັດຕະວາ ຄຳມ່ວນ ເລືອງວັນ ຫລ້າ ກໍໄດ້ເນັ້ນໃຫ້ຄະນະບໍລິ ຫານງານແມ່ຍິງພ້ອມດ້ວຍ ເອື້ອຍນ້ອງຈ່ົງພ້ອມກັນເພີ່ມທະ ວີປະກອບສ່ວນເຂົ້າໃນຫນ້າທີ່ ການເມືອງ ແລະ ວິຊາສະເພາະ ຂອງຕົນຢ່າງຫ້າວຫັນເປັນເສນາ ທິການໃຫ້ຄະນະພັກ-ຄະນະບັນ ຊາຂັ້ນເທິງທາງດ້ານວຽກງານ ເຕົ້າໂຮມຄວາມສາມັກຄີປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ເພື່ອນຳ ພາກົມກອງຕົນເຕີບໃຫຍ່ເຂັ້ມ ແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ວັນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ