ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ເອົາໃຈໃສ່​ເຮັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ
ເວລາອອກຂ່າວ: 2026-03-05 09:54:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 277 | ຄວາມນິຍົມ:



ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງພັດທະນາ​ຊົນນະບົດ​ຮອບດ້ານແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງເປັນວຽກ​ ງານ​ຍຸດ​ທະ​ສາດ​ສຳຄັນ, ສູນ​ກາງ ​ພັກ ໄດ້​ຫັນ​ເອົາ​ແນວທາງ​ນະໂຍ ບາຍ​ລວມ​ຂອງ​ພັກ, ກວດກາ ແລະ ຊຸກຍູ້​ທົ່ວ​ລະບົບ​ການເມືອງຢູ່​ສູນ​ກາງ ແລະ ທ້ອງຖິ່ນ ຫັນ​ເປັນ​ນິຕິ​ກຳ​ສະເພາະ​ຂອງ​ຕົນ. ສຳລັບ​ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບເລກ 2 ວຽງ​ໄຊ ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ ເລກ​ທີ 03/​ກມສພ ລົງ​ວັນ​ທີ 30 ພຶດສະພາ 2011 ວ່າ​ດ້ວຍ​ການ​ສ້າງ​ບ້ານ ເປັນຫົວ ໜ່ວຍ​ພັດທະນາ, ສ້າງ​ບ້ານ​ໃຫຍ່​ ໃຫ້​ກາຍເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດຕິດ​ພັນ​ກັບວຽກ​ງານ 3 ສ້າງ, ອິງ​ຕາມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ແລະ ແຜນການເຄື່ອນໄຫວ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຂອງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ, ໂຮງຮຽນແມ່ນໄດ້ຮັບ ຜິດຊອບກໍ່ສ້າງ​ຮາກ​ຖານ​ການ ເມືອງ​ຕົວ​ຈິງ ຢູ່ 7 ບ້ານ ຂອງ​ເມືອງ​ບາ​ຈຽງ ແຂວງ​ຈຳ​ສັກ. ສະຫາຍ ພັນ​ໂທ ບຸນ​ທະວີ​ໄຊ ກຸລະ​ວົງ ຫົວໜ້າ​ພະ​ແນກ​ກໍ່ສ້າງ​ຮາກ​ຖານ ຫ້ອງ​ການເມືອງ​ໂຮງ ຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ ​ໄຊ ໄດ້​ໃຫ້​ຮູ້​ວ່າ: ປະຕິບັດຕາມ ​ທິດ​ຊີ້​ນຳ ຂອງ​ຫົວໜ້າ​ອຳນວຍ​ການ​ໂຮງຮຽນ ໄດ້​ຫັນ​ເອົາ​ກຳລັງ ລົງ​ກໍ່ສ້າງ​ຮາກ​ຖານ​ຈຳນວນ 35 ສະຫາຍ ສົມທົບ​ກັບ​ກຳລັງປ້ອງ​ ກັນ​ຂອງ​ໂຮງຮຽນ ແລະ ກຳລັງ ​ປກຊ-​ປກສ ຂອງ 7 ບ້ານ​ຮາກ​ຖານໃນໄລຍະທີ່ດຳເນີນການ ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະ ພາ​ແຫ່ງ​ຊາດ ຊຸດ​ທີ X ແລະ ສະ ພາ​ປະຊາຊົນ​ຂັ້ນ​ແຂວງ ຊຸດ​ທີ V ໂຮງຮຽນ ໄດ້​ນຳ​ເອົາ​ກຳລັງໄປ​ປ້ອງ​ກັນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ເຂດ​ເລືອກ​ຕັ້ງ​ທີ 15 ໃນ 7 ບ້ານ​ທີ່​ໂຮງຮຽນ​ຮັບຜິດຊອບ, ໂດຍ​ຍົກ​ສູງ​ສະຕິ​ລະວັງ​ຕົວ ຕໍ່​ກົນອຸບາຍ​ມ້າງເພ​ທຳລາຍ​ຂອງ​ພວກ​ຄົນ​ບໍ່​ດີເປັນຕົ້ນການ​ໂຄສະນາ​ແບ່ງ​ແຍກ​ພາຍ​ໃນ, ການ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ການ​ເລືອກ​ຕັ້ງ, ຕໍ່​ການ​ນຳພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ຂອງ​ປະຊາຊົນ​ບັນ ດາເຜົ່າ ເຮັດ​ໃຫ້ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ບັນລຸ​ຜົນສຳເລັດ​ຕາມ​ຈຸດປະສົງ​ຄາດໝາຍ​ທີ່​ວາງ​ໄວ້ ຄື: ນຳພາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ຄົບ​ຖ້ວນ 100%, ນຳ​ ຜູ້​ມີ​ສິດ​ເລືອກ​ຕັ້ງ ໃຫ້​ໃຊ້​ສິດເລືອກ ​ຕັ້ງ​ຖືກຕ້ອງ​ຕາມ​ລະບຽບ​ການ​ເລືອກ​ຕັ້ງ 100%, ນຳພາວຽກງານ ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມສະ ຫງົບຮັບປະກັນ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ແລະ ມີ​ຄວາມ​ປອດ​ໄພ 100%, ນຳພາ​ວຽກ​ງານ​ປ່ອນ​ບັດ​ເລືອກ​ຕັ້ງໃຫ້​ຮັບ ປະກັນ​ຄວາມ​ໂປ່ງ​ໃສ ແລະ ສຳ ເລັດ​ຕາມ​ກຳນົດ​ເວລາ 100%. ຜ່ານ​ການ​ຫັນ​ເອົາ​ກຳລັງ​ປ້ອງ​ກັນ ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ໃນ 7 ບ້ານ ເຫັນ​ວ່າ ທຸກ​ພາກ ສ່ວນ ໄດ້​ເປັນ​ເຈົ້າ​ການ​ເຮັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ ດ້ວຍ​ຄວາມ​ຮັບຜິດຊອບ​ສູງສົມທົບ​ແໜ້ນ​ກັບ​ອຳນາດ​ການ​ປົກຄອງ​ບ້ານ ກໍຄື ປະຊາຊົນ ໄດ້​ຢ່າງ​ເລິກເຊິ່ງ, ສ້າງ ​ໃຫ້​ຂອບ​ເຂດ​ບ້ານ​ມີ​ຄວາມ​ສະ ຫງົບ​ປອດ​ໄພ, ບ້ານ​ກັບ​ກົມ​ກອງ​ປະຕິບັດ ໄດ້ 4 ຮ່ວມ ຄື: ຮ່ວມ​ຢູ່, ຮ່ວມ​ກິນ, ຮ່ວມ​ປຶກສາ​ຫາລື ແລະ ຮ່ວມ​ເຮັດ​ວຽກ​ງານ ດັ່ງ​ຄຳ​ຂວັນ​ທີ່​ວ່າ: ກອງທັບ​ກັບ​ປະຊາຊົນ​ປຽບ​ເໝືອນ​ປາ​ກັບ​ນ້ຳ. ໂດຍ: ສາຍ​ໄຈ​ປະຕິວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ