ຍົກລະດັບຂີດຄວາມສາມາດ ປິດການສອບເສັງນາຍ ແລະ ພົນທະຫານຊ່າງແສງ ກອງທັບປະຊາຊົນລາວ ວຽກງານກວດກູ້ລະເບີດເພື່ອມະນຸດສະທຳ
ເວລາອອກຂ່າວ: 2026-03-03 09:42:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 458 | ຄວາມນິຍົມ: ![]()
ໃນວັນທີ 2 ມີນາ 2026, ທີ່ ເມືອງວຽງໄຊ, ແຂວງຫົວພັນ ທ່າມກາງບັນຍາກາດອັນຟົດຟື້ນ ແລະ ສະຫງ່າລາສີ, ທີ່ສະໂມສອນກອງບັນຊາການທະຫານເມືອງວຽງໄຊ ໄດ້ຈັດຕັ້ງການສອບເສັງ ວຽກງານອົບຮົມການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ປະຈຳສົກປີ 2025-2026 ຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ, ຫົວໜ້າຊີ້ນຳວຽກງານອົບຮົມ ແລະ ສະຫາຍ ພັນໂທ ອັນເດຼ ບາລານຍຸກ ຫົວໜ້າໜ່ວຍງານກວດກູ້ລະເບີດ ຈາກສູນກູ້ມິນສາກົນ, ວິທະຍາຄານທະຫານຊ່າງແສງ ກຳລັງປະກອບອາວຸດແຫ່ງ ສະຫະພັນ ຣັດເຊຍ, ມີຄະນະຮັບຜິດຊອບ, ຄະນະອາຈານສອນ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ການສອບເສັງຄັ້ງນີ້, ຖືເປັນຂີດໝາຍອັນສຳຄັນ ໃນການທົດສອບຄວາມຮູ້, ຄວາມສາມາດ ແລະ ທັກສະຕົວຈິງ ຂອງນັກເຝິກອົບຮົມທັງ 48 ສະຫາຍ ທີ່ມາຈາກເຫຼົ່າຮົບຊ່າງແສງ ທັງເຂດໃຈກາງ ແລະ ທ້ອງຖິ່ນ ໃນຕະຫຼອດໄລຍະ 3 ເດືອນທີ່ຜ່ານມາ, ພວກເຂົາໄດ້ຜ່ານການເຝິກຝົນຫຼໍ່ຫຼອມຢ່າງໜັກໜ່ວງ ທັງພາກທິດສະດີ ແລະ ການປະຕິບັດຕົວຈິງໃນສະໜາມ. ຈຸດປະສົງຫຼັກຂອງການສອບເສັງ ແມ່ນເພື່ອປະເມີນຜົນການຮຽນຮູ້ ແລະ ຄັດເລືອກເອົານາຍ ແລະ ພົນທະຫານ ຜູ້ທີ່ມີຜົນງານດີເດັ່ນທີ່ສຸດ ເພື່ອເປັນຕົວແທນໄປຍົກລະດັບຄວາມຮູ້ ແລະ ທັກສະເພີ່ມເຕີມ ທີ່ສະຫະພັນ ຣັດເຊຍ ໃນຂັ້ນຕໍ່ໄປ.
ໂດຍ: ຮທ ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















