ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ໂຮງຮຽນກໍ່ສ້າງນາຍສິບ 1 ປິດຊຸດຮຽນໃຫ້ນັກຮຽນບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ
ເວລາອອກຂ່າວ: 2026-03-03 09:28:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 423 | ຄວາມນິຍົມ:



ພິທີປິດຊຸດຮຽນໃຫ້ນັກຮຽນບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ 12 ສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ຫົວໜ້າກົມໂຮງຮຽນ ກົມໃຫ່ຍເສນາທິການກອງ ທັບ, ມີສະ ຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ1, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, 4 ກອງພັນ, ພະແນກການ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຮອງການທະຫານ ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ສະຫຼຸບການຈັດຕັ້ງປະຕິບັດໂຄງການອົບຮົມ-ຫັດແອບບຳລຸງການທະຫານລະບົບ 6 ເດືອນ ຊຸດທີ 12 ສົກຮຽນ 2025-2026. ເຊິ່ງຄະນະພັກ-ຄະນະອຳນວຍການໂຮງຮຽນກໍ່ໄດ້ເອົາໃຈໃສ່ປະຕິບັດຕາມແຜນການຮຽນ-ການສອນຖືກຕ້ອງຕາມໂຄງການຫຼັກສູດທີ່ກົມໂຮງຮຽນກົມໃຫຍ່ເສນາທິການວາງອອກທັນກັບເວລາ, ພ້ອມນັ້ນກໍ່ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຄຸນສົມ ບັດສິນທຳປະຕິວັດ ເພື່ອໃຫ້ພະນັກງານ -ນັກຮົບ-ນັກຮຽນໄດ້ຮັບຮູ້ເຊື່ອມຊຶມຕໍ່ໜ້າທີ່ການ ເມືອງ ຂອງຕົນລົງໃກ້ຊິດຕິດແທດນຳພາ-ຊີ້ນໍາກອງພັນ,ກອງຮ້ອຍ,ຄູ-ອາຈານ ເອົາໃຈໃສ່ຄຸ້ມຄອງດ້ານລະບຽບແບບແຜນຢ່າງເຂັ້ມງວດ, ກຳແໜ້ນສະພາບແນວຄິດການເຄື່ອນໄຫວໄປມາຢ່າງທົ່ວເຖິງ, ຖືເອົາການຂຶ້ນຫ້ອງອົບຮົມ, ສິດສອນທາງດ້ານທິດສະດີ-ຫຼັກການເປັນຈຸດໜັກ, ຖືເອົາການຫັດແອບຕົວຈິງເປັນສຳຄັນ ແລະ ເອົາການຄົ້ນຄວ້າທວນຄືນ ໃນການສອບເສັງແຕ່ລະວິຊາ ເພື່ອເປັນໄມ້ຫຼ່າວັດແທກຄວາມຮັບຮູ້.ໃນນີ້ມີນັກຮຽນທັງໝົດ104 ສະຫາຍ, ຍິງ 4 ສະຫາຍ, ມາຈາກກຳລັງຫຼວງ 82 ສະຫາຍ, ກຳລັງທ້ອງຖິ່ນ 22 ສະຫາຍ, ມີບົດຮຽນທັງໝົດ 16 ວິຊາ, ໃນນັ້ນສອບເສັງຈົບຊັ້ນ 4 ວິຊາ,ຄະແນນຮຽນແຕ່ລະວິຊາລວມທັງໝົດ 13.500 ຄະແນນ, ຄະແນນດີຫຼາຍ 63 ສະຫາຍ, ຄະແນນດີ 41 ສະຫາຍ, ຕີລາຄາຜົນໄດ້ຮັບ 81% ແລະ ລະດັບການຮໍ່າຮຽນ ຂັ້ນດີຫຼາຍ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ