ທະຫານແຂວງອຸດົມໄຊຕ້ອນຮັບຄະນະສິລະປະ - ວັນນະຄະກີສະໝັກຫຼີ້ນຂອງກົມກອງຕົນ
ເວລາອອກຂ່າວ: 2018-11-25 12:23:30 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ:
ໃນວັນທີ 16 ພະຈິກ 2018 ນີ້, ຢູ່ທີ່ສະໂມສອນກອງບັນຊາ ການທະຫານແຂວງອຸດົມໄຊ, ໄດ້ຈັດພິທີຕ້ອນຮັບໜ່ວຍສິລະ ປະ-ວັນນະຄະດີສະໝັກຫຼິ້ນກອງ ບັນຊາການທະຫານແຂວງອຸດົມ ໄຊ ທີ່ໄປແຂ່ງຂັນສີລະປະ-ວັນ ນະຄະດີ ທົ່ວກອງທັບ ຄັ້ງທີ V ຊິງຊະນະເລີດທີ່ກະຊວງປ້ອງ ກັນປະເທດ, ໜ່ວຍສິລະປະ-ວັນ ນະຄະດີສະໝັກຫຼິ້ນກອງບັນຊາ ການສາມາດຍາດໄດ້ລາງວັນ ຊະນະເລີດ, ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 25 ລ້ານກີບ ຢ່າງສົມ ກຽດ.
ໃນພິທີ ພັນເອກ ບຸນຍົງ ໜໍ່ແກ້ວ ຄະນະພັກກອງບັນຊາ ການ, ຫົວໜ້າຫ້ອງການເມືອງ ກອງບັນຊາການ ທະຫານແຂວງ ອຸດົມໄຊ ໄດ້ລາຍງານສະພາບ ການໂດຍຫຍໍ້ຜ່ານການແຂ່ງ ຂັນສິລະປະ-ວັນນະຄະດີສະໝັກ ຫຼິ້ນ ທົ່ວກອງທັບ ຄັ້ງທີ V ຊີງ ຊະນະເລີດໃນຄັ້ງນີ້ ໄດ້ສຳເລັດ ລົງດ້ວຍໝາກຜົນອັນຈົບງາມ, ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເປັນການປຸກລະດົມຊຸກຍູ້ ແນວຄິດຈິດໃຈຂອງພະນັກ ງານ-ນັກຮົບໃນກອງທັບ ແລະ ປະຊາຊົນລາວບັນດາເຜົ່າໃຫ້ມີ ຄວາມເອກອ້າງທະນົງໃຈຕໍ່ຜົນ ງານໄຊຊະນະ ແລະ ທາດແທ້ ມູນເຊື້ອຂອງກອງທັບ ແລະ ເພື່ອ ເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາ ຊົນລາວ ຄົບຮອບ 70 ປີ ທີ່ຈະ ມາເຖິງນີ້ໃຫ້ມີຂະບວນການ ກວ້າງຂວາງ.
ຂ່າວ: ນາງວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ