
ທາບທາມບຸກຄະລາກອນສະໝັກເຂົ້າຄະນະພັກ ທະຫານນະຄອນຫຼວງວຽງຈັນ ສະໄໝທີ V ຮອບທີ 1
ເວລາອອກຂ່າວ: 2019-09-18 09:35:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 371 | ຄວາມນິຍົມ:
ກອງປະຊຸມທາບທາມບຸກຄະ
ລາກອນຮັບເລືອກຕັ້ງເຂົ້າຄະນະ ພັກກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ສະໄໝທີ V
ຮອບທີ 1 ໄດ້ຈັດຂຶ້ນໃນວັນທີ 13
ກັນຍານີ້, ໂດຍພາຍໃຕ້ການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ສີພອນ ຈັນສົມວົງ ຄະນະ
ປະຈຳພັກນະຄອນຫຼວງ, ເລຂາ ຄະນະພັກ, ຫົວໜ້າການເມືອງ ທະຫານນະຄອນຫຼວງວຽງຈັນ ແລະ ສະຫາຍ ພັນເອກ ສີ ທະວີ
ໄຊ ຫົວໜ້າການທະຫານກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ, ມີບັນດາສະຫາຍ
ໃນຄະນະພັກ-ຄະນະບັນຊາອົງ
ການ 5 ຫ້ອງ, ຄະນະພັກຮາກ ຖານ, ໜ່ວຍພັກ, ຫົວໜ້າພະແນກ, ຮອງພະແນກການ, ກົມກອງຂຶ້ນ ກັບ ພ້ອມພະນັກງານຫຼັກແຫຼ່ງ ທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຂຶ້ນຜ່ານມະຕິຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ວ່າດ້ວຍການດຳເນີນກອງປະຊຸມໃຫຍ່ໃນແຕ່ລະຂັ້ນຈາກ ສະຫາຍ ພັນໂທ ວົງຈິດ ໄພສະຫວ່າງ ຫົວໜ້າຫ້ອງເຕັກນິກ ທະຫານ ນະຄອນຫຼວງວຽງຈັນ ຂຶ້ນຜ່ານ
ມາດຖານເງື່ອນໄຂໃນ 5 ມາດ
ຖານເປັນຕົ້ນແມ່ນຕ້ອງມີຄຸນທາດ
ການເມືອງ ໜັກແໜ້ນ, ມີນໍ້າໃຈ ເສຍສະຫຼະເພື່ອປະເທດຊາດເພື່ອ ປະຊາຊົນມີຄຸນສົມບັດສິນທຳ ປະຕິວັດມີຄວາມສັດຊື່ບໍລິສຸດ, ມີ ແບບແຜນ ດຳລົງຊີວິດປອດໃສ ຂາດສະອາດເປັນແບບຢ່າງນຳ ໜ້າໃຫ້ກັບມະຫາຊົນໃນການ ນຳພາ,ຕ້ອງມີຄວາມຮູ້, ຄວາມ ສາມາດໃນການເຮັດວຽກ, ມີລະ
ດັບວິຊາສະເພາະ ທີ່ແນ່ນອນ, ມີຄວາມສາມັກຄີພາຍໃນຢ່າງ ແໜ້ນແຟ້ນ, ມີຄວາມຮູ້ດ້ານທິດ ສະດີມາກ-ເລນິນ, ປະຕິບັດຕາມ ຄຳສັ່ງຂອງຂັ້ນເທິງທີ່ມອບໝາຍ ໃຫ້ຢ່າງເຂັ້ມງວດ, ມີແບບແຜນ ວິທີນຳພາຖືກຕ້ອງເຮັດວຽກແບບ ລວມສູນປະຊາທິປະໄຕຮູ້ປະສານ ສົມທົບລະຫວ່າງຂັ້ນເທິງຕໍ່ຂັ້ນ ລຸ່ມ, ມີການສະຫຼຸບຕີລາຄາ ແລະ
ສ່ອງແສງລາຍງານ, ມີທັດສະ ນະມະຫາຊົນຖືກຕ້ອງມີ, ສຸຂະ ພາບແຂງແຮງດີເຫຼົ່ານີ້ເປັນຕົ້ນ.
ເພື່ອເຮັດໃຫ້ການກະກຽມດຳ
ເນີນກອງປະຊຸມໃຫຍ່ຮັບປະກັນ ຄວາມລະອຽດຊັດເຈນຖືກຕ້ອງ ຕາມເງື່ອນໄຂມາດຖານວາງໄວ້ ກໍໄດ້ມີການແຕ່ງຕັ້ງອະນຸກຳມະ ການກວດກາ, ຮັບຜິດຊອບຢ່າງ ລະອຽດເພື່ອຊີ້ນຳບາດກ້າວດຳ ເນີນກອງປະຊຸມຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດກອງປະຊຸມ ໃຫຍ່ໃນຮອບທີ 1 ໄດ້ຮັບຜົນສຳ ເລັດ.
ໂອກາດດັ່ງກ່າວ, ສະຫາຍຫົວ
ໜ້າການເມືອງ ທະຫານນະຄອນ ຫຼວງວຽງຈັນ ກໍໄດ້ຊີ້ແຈ້ງອະທິ ບາຍບາດກ້າວການດຳເນີນກອງ ປະຊຸມໃຫ້ເປົ້າໝາຍທີ່ເຂົ້າຮ່ວມ ໄດ້ຮັບຮູ້ຢ່າງເລິກເຊິ່ງ ໂດຍໄດ້ ເນັ້ນໜັກໃຫ້ສະມາຊິກພັກແຕ່ລະ ຂັ້ນໃນການທີ່ຈະເຂົ້າມາເປັນຄະ ນະພັກຊຸດໃໝ່ໃນການໃຊ້ສິດຂອງ ຕົນ ຕ້ອງມີການໄຈ້ແຍກເບິ່ງທັດສະນະຄວາມຮູ້, ຄວາມສາມາດ ນຳພາ-ບັນຊາກົມກອງ, ຜ່ານມາ ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໃນໄລຍະ 5 ຜ່ານມາ, ດ້ານທັດ ສະນະໂດຍລວມຫຼີກລ້ຽງບັນ ຫາອັກຄະຕິ ນິໄສໃຈຄໍສ່ວນຕົວ, ການສຳຫຼວດກວດກາສະຫຼຸບ ລາຍງານຄືນໃນແຕ່ລະບາດກ້າວ ໃຫ້ເປັນຮູບປະທຳ, ເຮັດສຳເລັດ ໜ້າການເມືອງຂອງຕົນທີ່ການ ຈັດ ຕັ້ງຂັ້ນເທິງມອບໝາຍໃຫ້ ແນ ໃສ່ເຮັດໃຫ້ການຄັດເລືອກຄະນະ ພັກຊຸດນີ້ດຳເນີນໄປຢ່າງຖືກຕ້ອງ ຕາມກົດລະບຽບພັກ ກໍຄືທິດທາງ ຄາດໝາຍສູ້ຊົນແຕ່ລະດ້ານໃຫ້ ຖືກຕ້ອງສອດຄ່ອງກັບຄວາມເປັນ ຈິງ ແລະ ສາມາດປະຕິບັດໄດ້ ເພື່ອເປັນການຍູ້ແຮງຂະບວນ ການແຂ່ງຂັນວຽກງານຮອບ ດ້ານທົ່ວອົງຄະນະພັກກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ ທັງເປັນການປັບປຸງພາຍ ໃນພັກໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ.
ໂດຍ: ສຸລິຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ