
ທະຫານແຂວງອຸດົມໄຊ ສະຫຼຸບຖອດຖອນບົດຮຽນວຽກງານລະດົມພົນປີ 2018 ຜ່ານມາ
ເວລາອອກຂ່າວ: 2019-09-18 09:32:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 381 | ຄວາມນິຍົມ:
ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານລະດົມພົນ ປະຈຳປີ 2018 ແລະ ປະຕິບັດທິດ ທາງແຜນການປີ 2019 ທົ່ວທະ ຫານແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 13 ກັນຍາ ນີ້, ໂດຍການ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການປະຈຳພັກແຂວງ ເລ ຂາພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ອຸດົມໄຊ, ມີຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງ, ໂຮງ ຮຽນ, ກອງບັນຊາການທະຫານ ເມືອງ 7 ເມືອງ, ກອງພົນທີ 3, 2
ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ແຂວງ ແລະ ຄະນະຮັບຜິດຊອບວຽກງານລະດົມພົນເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນ
ໂທ ວຽງໄຊ ຍົມມະລາ ຄະນະພັກ
ກອງບັນຊາການ ຮອງຫົວໜ້າ ຫ້ອງເສນາທິການທະຫານແຂວງ ອຸດົມໄຊ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດ ວຽກ
ງານລະດົມພົນປະຈຳປີ 2018 ພ້ອມທັງປະຕິບັດທິດທາງແຜນ ການ ປະຈຳປີ 2019, ໂດຍໄດ້ຍົກ
ໃຫ້ເຫັນດ້ານດີຜົນງານ ແລະ ບາງ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈ ໃສ່ປັບປຸງແກ້ໄຂໃນຕໍ່ໜ້າ, ໃນ 1 ປີຜ່ານມາ ໄດ້ສູ້ຊົນປະຕິບັດລະ ດົມພົນທະຫານໃໝ່ຢູ່ບັນດາ 7 ເມືຶອງໃຫ້ກຳລັງຫຼວງ ແລະທ້ອງ ຖິ່ນສຳເລັດຕາມແຜນການ,ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ອານຸກຳມະການ ແລະວິຊາການ ລົງສົມທົບກັບອຳນາດການປົກ ຄອງ, ພໍ່ແມ່ປະຊາຊົນແຕ່ລະບ້ານ ເຮັດໃຫ້ເຂົາເຈົ້າເຂົ້າໃຈແຈ້ງຕື່ມ ຕໍ່ກັບກົດໝາຍປ້ອງກັນຊາດ, ສິດພັນທະຂອງພົນລະເມືອງ ລາວ, ເກັບກຳ, ກວດກາຊີວະປະ ຫວັດ ແລະ ຄັດເລືອກເອົາຊາວ ໜຸ່ມຜູ້ທີ່ມີມາດຖານເງື່ອນໄຂຄົບ ຖ້ວນເຂົ້າມາຮັບໃຊ້ຊາດ, ຮັບໃຊ້ ກອງທັບໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເຊິ່ງໃນປີຜ່ານ ມາສາມາດປະຕິບັດລະດົມພົນ ໄດ້ທັງໝົດ 230 ຄົນ ແລະ ປະຕິ ບັດແຜນການຄາດກະໃນປີ 2019 ນີ້, ຈະລະດົມໃຫ້ໄດ້ 236
ຄົນ ພ້ອມດຽວກັນນີ້ຜູ້ແທນເຂົ້າ ຮ່ວມກອງປະຊຸມກໍໄດ້ຂຶ້ນປະ ກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ແຜນການປະຕິບັດໃນປີ 2019.
ໂອກາດເຂົ້າຮ່ວມເປັນປະທານ ກອງປະຊຸມ ສະຫາຍ ພົນຈັດຕະ ວາ ຈັນທະວອນ ໄຊຍະຜົງ ໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງເໜັ້ນໜັກໃຫ້ຄະນະຮັບ ຜິດຊອບລະດົມພົນຈົ່ງກຳແໜ້ນ ບັນດາເນື້ອໃນຂໍ້ກຳນົດ, ກົດລະ ບຽບໃນການລະດົມພົນໃຫ້ດີ, ລະດົມພົນໃຫ້ໄດ້ຕາມມາດຖານ ເງື່ອນໄຂຂອງກອງທັບຢ່າງເຂັ້ມ ງວດ, ຖືສຳຄັນຕໍ່ວຽກງານປັບ ປຸງກໍ່ສ້າງກຳລັງເພື່ອເຮັດໃຫ້ ກອງທັບມີຄວາມເຂັ້ມແຂງ, ທັນ ສະໄໝ, ມີສະຕິຕອບຕ້ານຕໍ່ກົນ ອຸບາຍຫັນປ່ຽນໂດຍສັນຕິຂອງ ພວກກຸ່ມຄົນບໍ່ຫວັງດີທີ່ຫວັງ ມ້າງເພທຳລາຍພັກເຮົາ ເອົາໃຈ ໃສ່ສືບຕໍ່ລົງກໍ່ສ້າງຮາກຖານປະ ຊາຊົນໃຫ້ດີ, ພ້ອມກັນນຳເອົາເນື້ອ ໃນຜົນສຳເລັດກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກ ຜົນຕົວຈິງ.
ໂດຍ: ທະນູວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ