ຜູ້ລົງສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ລົງໂຄສະນາຫາສຽງ ຢູ່ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2026-02-13 14:16:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1396 | ຄວາມນິຍົມ: ![]()
ວັນທີ 12 ກຸມພາ 2026 ນີ້, ທ່ານ ປອ ນາງ ບົວວອນ ສຸກລາແສງ ກຳມະການຄະນະພັກນະຄອນຫຼວງວຽງຈັນ, ເລຂາຄະນະບໍລິຫານພັກເມືອງໄຊເສດຖາ ໄດ້ນໍາພາຜູ້ລົງສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງໄຊເສດຖາ, ລວມທັງໝົດ ຈໍານວນ 7 ທ່ານ, ຍິງ 2 ທ່ານ, ລົງໂຄສະນາຫາສຽງ ຢູ່ກົມໃຫຍ່ພະລາທິການກອງທັບ, ເຊິ່ງໄດ້ຕາງໜ້າໃຫ້ກົມໃຫຍ່ພະລາທິການກອງທັບໃຫ້ກຽດຕ້ອນຮັບຄະນະໂດຍ ສະຫາຍ ພົນຈັດຕະວາ ປອ ພູວຽງ ດາວັນນາຮັກ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າກົມເສນາພະລາກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມ, ຫ້ອງການ, ພະນັກງານພາຍໃນອົງການກົມໃຫຍ່ ແລະ ກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງທີ່ຂຶ້ນກັບກົມໃຫຍ່ພະລາທິການເຂົ້າຮ່ວມ.
ຈຸດປະສົງເພື່ອເປັນການຈັດຕັ້ງລົງໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ເປັນການຈັດຕັ້ງປະຕິບັດມາດຕາ 18 ຂອງກົດໝາຍວ່າດ້ວຍການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງຄັ້ງນີ້ມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມກົດໝາຍ, ທັງເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ການແນະນໍາໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ ສະໝັກຮັບເລືອກຕັ້ງແຕ່ລະທ່ານເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ສົມທຽບໃສ່ມາດຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນ ປະຕິບັດສິດອຳນາດຂອງປະຊາຊົນ ຢູ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ເປັນການສ້າງກາລະໂອກາດເອື້ອອໍານວຍຄວາມສະດວກໃຫ້ຜູ້ມີສິດ ເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງ ໄດ້ພົບປະ ແລະ ແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າເປັນຜູ້ທີ່ເໝາະສົມກ່ວາໝູ່ເປັນຕົວແທນຂອງຕົນຢູ່ໃນສະພາປະຊົນ ນະຄອນຫຼວງວຽງຈັນ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















