ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ວິທະຍາຄານພະລາທິການກອງທັບ ປິດກິລາມວນຊົນສະໝັກຫຼິ້ນ ປະຈໍາປີ 2025
ເວລາອອກຂ່າວ: 2026-02-04 14:27:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 760 | ຄວາມນິຍົມ:



ໃນທ້າຍອາທິດທີ່ຜ່ານມາ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດພິທີ ປິດຂະບວນການແຂ່ງຂັນກິລາມວນຊົນສະໝັກຫຼິ້ນ ປະຈໍາປີ 2025, ໂດຍການເປັນປະທານຂອງສະຫາຍ ສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ອໍານວຍການ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ມີ ສະຫາຍ ພັນເອກ ປອ ສົມເພັດ ວົງພະຈັນ ອໍານວຍການ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ທົ່ວວິທະຍາຄານພະລາທິການກອງທັບເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ທອງວັນ ອ່ຽງບົວລາ ຫົວໜ້າຫ້ອງການບໍລິຫານ ວິທະຍາຄານພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວແຂ່ງຂັນກິລາ ປະຈໍາປີ 2025 ເພື່ອເປັນການຊົມເຊີຍຜົນສໍາເລັດສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ. ຫຼັງຈາກນັ້ນ, ກໍໄດ້ຈັດຕັ້ງມອບລາງວັນແຕ່ລະປະເພດຕາມລໍາດັບ ເຊິ່ງມີລາຍລະອຽດ ຄື: ກິລາເປຕັງປະສົມ: ລາງວັນຊະນະເລີດໄດ້ແກ່ ກອງພັນທີ 2, ລາງວັນຮອງຊະນະເລີດໄດ້ແກ່ ຫ້ອງວິທະຍາສາດ ແລະ ລາງວັນທີ 3 ໄດ້ແກ່ ຫ້ອງການເມືອງ; ກິລາເປຕັງຍິງ: ລາງວັນຊະນະເລີດໄດ້ແກ່ ຫ້ອງເຕັກນິກ, ລາງວັນຮອງຊະນະເລີດໄດ້ແກ່ ຫ້ອງວິທະຍາສາດ ແລະ ລາງວັນທີ 3 ໄດ້ແກ່ ຫ້ອງພະລາທິການ; ກິລາເປຕັງຊາຍ: ລາງວັນຊະນະເລີດໄດ້ແກ່ ຫ້ອງພະລາທິການ, ລາງວັນຮອງຊະນະເລີດໄດ້ແກ່ ກອງພັນທີ 1 ແລະ ລາງວັນທີ 3 ໄດ້ແກ່ ກອງພັນທີ 2; ກິລາກະຕໍ້ຊາຍ: ລາງວັນຊະນະເລີດໄດ້ແກ່ ກອງພັນທີ 2, ລາງວັນຮອງຊະນະເລີດໄດ້ແກ່ ຫ້ອງການບໍລິຫານ ແລະ ລາງວັນທີ 3 ໄດ້ແກ່ ຫ້ອງພະລາທິການ; ກິລາບານສົ່ງຍິງ: ລາງວັນຊະນະເລີດໄດ້ແກ່ ຫ້ອງອົບຮົມ, ລາງວັນຮອງຊະນະເລີດໄດ້ແກ່ ຫ້ອງພະລາທິການ ແລະ ລາງວັນທີ 3 ໄດ້ແກ່ ກອງພັນທີ 2; ກິລາບານສົ່ງຊາຍ: ລາງວັນຊະນະເລີດໄດ້ແກ່ ກອງພັນທີ 1, ລາງວັນຮອງຊະນະເລີດໄດ້ແກ່ ກອງພັນທີ 2 ທີມ 1 ແລະ ລາງວັນທີ 3 ໄດ້ແກ່ ຫ້ອງອົບຮົມ; ກິລາບານເຕະຊາຍ: ລາງວັນຊະນະເລີດໄດ້ແກ່ ກອງພັນທີ 1, ລາງວັນຮອງຊະນະເລີດໄດ້ແກ່ ຫ້ອງອົບຮົມ ແລະ ລາງວັນທີ 3 ໄດ້ແກ່ 2 ທີມ ຫ້ອງການວິທະຍາຄານ ແລະ ກອງພັນທີ 2. ໃນນີ້, ແຕ່ລະລາຍການ ທີມທີ່ຊະນະເລີດແມ່ນໄດ້ຮັບຂັນ 01 ໜ່ວຍ ພ້ອມເງິນລາງວັນຈໍານວນໜຶ່ງ. ໃນຕອນທ້າຍ ສະຫາຍປະທານ ກໍໄດ້ໃຫ້ການໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍບັນດາຄະນະຮັບຜິດຊອບໃນການເປີດຂະບວນການກິລາຄັ້ງນີ້ ມີຜົນສໍາເລັດດ້ວຍໝາກຜົນອັນຈົບງາມ. ໂດຍ: ມິດຕະນາ ລົມລືເດດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ