ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025
ເວລາອອກຂ່າວ: 2026-02-03 15:55:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 786 | ຄວາມນິຍົມ:



ໃນວັນທີ 2 ກຸມພາ 2026 ນີ້, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວຄຳ ສາມາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຫ້ອງການ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ຕະຫຼອດໄລຍະ 1 ປີຜ່ານມາ ຄະນະຫ້ອງການເມືອງ ໄດ້ສຸມໃສ່ວຽກງານຫຼາຍດ້ານເປັນຕົ້ນ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ໄດ້ເຄື່ອນໄຫວລົງຊຸກຍູ້ບັນດາກົມກອງທີ່ຂຶ້ນກັບ ກົມໃຫຍ່ເສນາທິການ ເປັນປົກກະຕິ, ເອົາໃຈໃສ່ກຳແໜ້ນສະພາບການ, ປະສານສົມທົບແໜ້ນກັບ ອໍານາດການປົກຄອງທ້ອງຖິ່ນ, ຕິດຕາມ, ກໍາແໜ້ນສະພາບ ແລະ ຄົນບໍ່ດີ ຢູ່ໃນຂອບເຂດບໍລິເວນກົມກອງຕັ້ງທັບ, ດ້ານໜ້າທີ່ປັບປຸງກໍ່ສ້າງກຳລັງ ໄດ້ເອົາໃຈໃສ່ຂຶ້ນແຜນສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ເປັນປົກກະຕິ, ຢ່າງຕໍ່ເນື່ອງດ້ວຍຫຼາຍຮູບການ ແລະ ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆ ແລະ ປາຖະກະຖາເລົ່າມູນເຊື້ອ ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ-ຂອງກອງທັບ, ເຄື່ອນໄຫວລົງຊຸກຍູ້ກົມກອງກໍ່ສ້າງຂະບວນການຕ່າງໆຕາມເນື້ອໃນ 7 ຂໍ້ແຂ່ງຂັນ ແລະ ຂະບວນການກໍ່ສ້າງ ນັກຮົບວັດທະນະທຳ-ກອງວັດທະນະທຳ, ວຽກງານປັບປຸງກໍ່ສ້າງພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ໄດ້ເອົາໃຈໃສ່ຊີ້ນຳບັນດາຮາກຖານພັກ, ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳ, ໂດຍຕິດພັນແໜ້ນກັບການປັບປຸງກໍ່ສ້າງພັກໃນ 4 ດ້ານໄປພ້ອມໆກັນ, ເຮັດໃຫ້ການຈັດຕັ້ງໜ່ວຍພັກພາຍໃນຫ້ອງ ແລະ ບັນດາຮາກຖານຢູ່ອົງການ-ກົມກອງຮາກຖານໄດ້ມີການເຄື່ອນໄຫວເປັນລະບົບຕໍ່ເນື່ອງ, ໄດ້ຊີ້ນໍາ-ຊຸກຍູ້ ອົງການຈັດຕັ້ງຊາວໜຸ່ມ ປະຕິບັດຕາມຄໍາຂວັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັ້ນ 3 ດີຂອງແມ່ຍິງ ທົ່ວກົມໃຫຍ່ເສນາທິການ ໃຫ້ເຄື່ອນໄຫວຢ່າງເປັນຂະບວນຝົດຟື້ນ, ດ້ານວຽກງານພະລາທິການ ໄດ້ຮັບປະກັນຊີວິດການກິນຢູ່ ເອົາການເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນຂອງກົມກອງ. ໂດຍ: ສຸພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ