ປະກາດການບົ່ງຕົວແຕ່ງຕັ້ງ ກໍາມະການຄະນະໜ່ວຍພັກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2026-02-03 15:39:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 606 | ຄວາມນິຍົມ: ![]()
ວັນທີ 2 ກຸມພາ 2026 ນີ້, ໜ່ວຍພັກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການບົ່ງຕົວແຕ່ງຕັ້ງ ກໍາມະການຄະນະໜ່ວຍພັກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ກໍາມະການຄະນະພັກອົງການກົມໃຫຍ່, ເລຂາໜ່ວຍພັກ ຫົວໜ້າກົມອຸປະໂພກ-ບໍລິໂພກກົມ ໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສີພັນ ໄຊຍະສອນ ຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານມະຕິຕົກລົງ ຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະໜ່ວຍພັກ ກົມອຸປະໂພກ-ບໍລິໂພກ, ອີງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງໜ່ວຍພັກ, ຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ເພັດສີ ຈັນທະພິມ ຫົວໜ້າພະແນກບໍລິໂພກ ເປັນກຳມະການຄະນະໜ່ວຍພັກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ປ່ຽນແທນ ສະຫາຍ ພັນໂທ ພອນໄຊ ໄລອ່ອນເພັງ ພັກການເຂົ້າຮັບເບ້ຍບໍານານ.
ໂດຍ: ຄໍາປະສົງລາດຊະວົງ ແລະ ວິຊາການກົມກອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















