ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ມອບ-ຮັບ ແລະ ເປີດນໍາໃຊ້ ໂຄງການກໍ່ສ້າງເຮືອນນອນນັກບິນ-ນາຍຊ່າງ ຢູ່ກອງພັນໃຫຍ່ 702
ເວລາອອກຂ່າວ: 2026-01-21 14:38:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 589 | ຄວາມນິຍົມ:



ພິທີມອບ-ຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການ ໂຄງການກໍ່ສ້າງເຮືອນນອນນັກບິນ-ນາຍຊ່າງ ສັນຍາທີ I ຢູ່ກອງພັນໃຫຍ່ 702 ແຂວງຊຽງຊວາງ ລະຫວ່າງ ເຈົ້າຂອງໂຄງການ ກະຊວງປ້ອງກັນປະເທດ ຕາງໜ້າໂດຍກອງບັນຊາການທະຫານອາກາດ ແລະ ຜູ້ຮັບໝົາກໍ່ສ້າງ ບໍລິສັດວຽງວອນ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ, ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2026 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສົມໃຈ ຄໍາມະນີ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງສັບສິນ ກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານອາກາດ, ກອງພັນໃຫຍ່ 702 ແລະ ພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມ. ໃນພິທີ ທັງສອງຝ່າຍ ໄດ້ປະກອບຄໍາເຫັນໃສ່ບົດບັນທຶກສັນຍາ ກໍ່ສ້າງໂຄງການຢ່າງກົງໄປກົງມາ ພ້ອມທັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດໂຄງການໂດຍຫຍໍ້ ໃນແຕ່ລະໄລຍະຜ່ານມາ ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸງຍາກໃນການປະຕິບັດໜ້າທີ່ວຽກງານ ແຕ່ແນວໃດກໍຕາມ ທັງຝ່າຍກໍໄດ້ປະຕິບັດຕາມບົດບັນທຶກສັນຍາຢ່າງຖືກຕ້ອງ ແລະ ມີຜົນສໍາເລັດ. ໂຄງການກໍ່ສ້າງເຮືອນນອນນັກບິນ-ນາຍຊ່າງ ປະກອບມີອາຄານ 2 ຊັ້ນ ຈໍານວນ 3 ຫຼັງເຊື່ອມຕໍ່ກັນ, ມີຂະໜາດຄວາມຍາວ 68 ແມັດ ແລະ ກວ້າງ 32 ແມັດ (ອາຄານຕັ້ງຢູ່ທາງກາງ ມີຂະໜາດຄວາມຍາວ 36 ແມັດ ແລະ ກວ້າງ 12 ແມັດ ແລະ ອາຄານຕັ້ງຢູ່ທາງເບື້ອງຂວາ, ມີຂະໜາດຄວາມຍາວ 32 ແມັດ ແລະ ກວ້າງ 12 ແມັດ) ໃນນີ້, ມີແຜນຜັງການນໍາໃຊ້ອາຄານ 3 ຫຼັງ, ມີຫ້ອງນອນທັງໝົດ 56 ຫ້ອງ, ແຕ່ລະຫ້ອງ ມີຫ້ອງນໍ້າຕິດໃນ, ມີຫ້ອງປະຊຸມນ້ອຍ 1 ຫ້ອງ, ມີຫ້ອງແພດປະຈໍາກອງ 1 ຫ້ອງ, ມີຫ້ອງປະຈໍາການ 1 ຫ້ອງ, ມີເຮືອນຄົວລວມ 1 ຫ້ອງ, ຫ້ອງອາຫານລວມ 1 ຫ້ອງ, ສາງເຄື່ອງແຫ້ງ 1 ຫ້ອງ, ຫ້ອງອອກກໍາລັງກາຍ 1 ຫ້ອງ, ຕູ້ມຽນເຄື່ອງ 1 ຫ້ອງ, ມີຫ້ອງມ້ຽນເຄື່ອງ 1 ຫ້ອງ, ຫ້ອງຊັກເຄື່ອງ 1 ຫ້ອງ ແລະ ມີຫ້ອງນໍ້າລວມ 3 ຈຸດ (ຫ້ອງນໍ້າຊາຍ 2 ຫ້ອງ, ອ່າງລ້າງມື 16 ຊຸດ). ໜ້າວຽກທີ່ກໍ່ສ້າງສໍາເລັດມີ ຄື: ວຽກປັບໜ້າດິນ ແລະ ຮື້ຖອນໂຄງກໍ່ສ້າງອາຄານຫຼັງເກົ່າ, ວຽກເບຕົງ (ໂຄງສ້າງ), ກໍ່ໂບກ-ຕິດລ່ຽມ, ຕິດຕັ້ງປະຕູ-ປ່ອງຢ້ຽມ, ຫຼັງຄາ-ເພດານ, ທາສີອາຄານ, ນໍ້າປະປາ-ສຸຂະພັນ, ໄຟຟ້າອາຄານ, ຕາຄ່າຍໄຟຟ້າ, ເຄື່ອງເຟີນີເຈີ ແລະ ຊຸດອອກກໍາລັງກາຍ. ໂຄງການດັ່ງກ່າວ ຈັດຕັ້ງປະຕິບັດນັບແຕ່ມືເຊັນສັນຍາກໍ່ສ້າງ ເລີ່ມແຕ່ວັນທີ 1 ກັນຍາ 2020 ຫາ ວັນທີ 16 ມັງກອນ 2026 ເຫັນວ່າມີຜົນສໍາເລັດ 100%. ຈາກນັ້ນ, ທັງສອງຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກສັນຍາ ມອບ-ຮັບໂຄງການດັ່ງກ່າວ, ຕາງໜ້າເຈົ້າຂອງໂຄງການໂດຍສະຫາຍ ພັນເອກ ຈັນທາ ທໍາມະເທວາ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານອາກາດ ແລະ ຕາງໜ້າຜູ້ຮັບເໝົາກໍ່ສ້າງໂດຍ ທ່ານ ນາງ ຄໍາສົດ ຈັນມາລາ ປະທານບໍລີສັດວຽງວອນ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ພ້ອມທັງໄດ້ເປີດນໍາໃຊ້ຢ່າງເປັນທາງການ. ນັກຂ່າວ: ທະຫານອາກາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ