ກອງພັນໃຫຍ່ 641 ອວຍພອນຄະນະນໍາກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-01-21 14:19:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 526 | ຄວາມນິຍົມ: ![]()
ວັນທີ 19 ມັງກອນ 2026 ນີ້, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 641, ນຳໂດຍ ສະຫາຍ ພັນເອກ ສອນແກ້ວ ຜາລີທອງ ຫົວໜ້າການເມືອງ ກອງພັນໃຫຍ່ 641 ພ້ອມຄະນະ, ໄດ້ນຳເອົາກະຕ່າຂອງຂັວນ ເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ ( 20 ມັງກອນ 1949-20 ມັງກອນ 2026), ໂດຍຕາງໜ້າກ່າວຮັບ ຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ.
ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ສອນແກ້ວ ຜາລີທອງ ໄດ້ຕາງໜ້າໃຫ້ ຄະນະພັກ - ຄະນະບັນຊາ ກອງພັນໃຫຍ່ 641 ໄດ້ກ່າວອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ພົນໂທ ວົງສອນອິນປານພິມ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ ທັງສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ - ລັດ ມອບໝາຍໃຫ້, ສືບຕໍ່ນຳພາ - ຊີ້ນຳ ກອງທັບ ປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ກໍຄື ກອງພັນໃຫຍ່ 641 ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.
ໂອກາວດຽວກັນນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະພັກ - ຄະນະບັນຊາ ກອງພັນໃຫຍ່ 641 ທີ່ໄດ້ມາອວຍພອນໃນຄັ້ງນີ້. ພ້ອມທັງກ່າວ ອວຍພອນໄຊມາຍັງສະຫາຍ ພັນເອກ ສອນແກ້ວ ຜາລີທອງ ຫົວໜ້າການເມືອງກອງພັນໃຫຍ່ ພ້ອມຄະນະ ຕະຫຼອດຮອດພະນັກງານ - ນັກຮົບ ທົ່ວກົມກອງ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ກອງເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















